ຫວຽດ​ນາມ​ ຈະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ງານ​ແຂ່ງ​ຂັນ​ກິ​ລາ Ironman 70.3 ຊິງຊະນະເລີດ ອາ​ຊີ - ປາ​ຊິ​ຟິກ

(VOVWORLD) - ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ນະຄອນ ດ່ານັງ ໄດ້ໄຂງານແຂ່ງຂັນກິລາ Techcombank Ironman 70.3 ຊີງຊະນະເລີດ ອາຊີ - ປາຊິຟິກ - ຫວຽດນາມ 2019 ເຊິ່ງດຶງດູດນັກກິລາ ກ່ວາ 2.200 ຄົນທີ່ມາຈາກ 50 ປະເທດໃນໂລກເຂົ້າຮ່ວມ
ຫວຽດ​ນາມ​ ຈະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ງານ​ແຂ່ງ​ຂັນ​ກິ​ລາ Ironman 70.3 ຊິງຊະນະເລີດ ອາ​ຊີ - ປາ​ຊິ​ຟິກ - ảnh 1ພາບປະກອບ (TTXVN) 

ໃນຈຳນວນ ນັກກິລາ ກ່ວາ 2.200 ຄົນທີ່ເຂົ້າຮ່ວມໃນງານແຂ່ງຂັນປີນີ້ມີ ນັກກິລາ 40 ຄົນທີ່ເປັນມືອາຊີບ, ພິເສດໂດຍມີການເຂົ້າຮ່ວມຂອງ 2 ນັກກິລາຊະນະເລີດ  ໃນງານແຂ່ງຂັນກິລາ Ironman ໂລກ ແມ່ນ Patrick Lange ແລະ Craig Alexander. ຫວຽດນາມ ແມ່ນ 1 ໃນ 2 ປະເທດ ຢູ່ ອາຊີພ້ອມກັບ ຟີລິບປີນ ຮ່ວມເປັນປະເທດເຈົ້າພາບຈັດຕັ້ງງານແຂ່ງຂັນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ