ຫວຽດນາມ ຊົມເຊີຍຄວາມ ກ້າວໜ້າກ່ຽວກັບສິດທິມະນຸດ

ຫວຽດນາມ ຊົມເຊີຍຄວາມ ກ້າວໜ້າກ່ຽວກັບສິດທິມະນຸດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ຈູງແທ່ງ
(ພາບ: Tố Uyên/Vietnam+)

(vovworld) - ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ຄັ້ງ​ທີ 16 ກຸ່ມ​​​ເຮັດ​ວຽກ​ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົນ​ໄກ​ສຳ​ຫຼວດກວດກາ​ເປັນ​ປະຈຳ (ຫຼື UPR), ​ເຊິ່ງຈັດ​ຂຶ້ນ​ຢູ່ ​ເຊີ​ແນວ, ປະ​ເທດ ​ສະ​ວິດ ​ແຕ່​ວັນ​ທີ 22/4 ຫາ​ວັນ​ທີ 3/5, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ຈູງແທ່ງ​, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ ຫວຽດນາມ ປະຈຳອົງການ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ (ຫຼື WTO) ​ແລະ ບັນດາ​ອົງການ​ສາກົນອື່ນໆ, ​ໄດ້​ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ກ່າວ​ຄຳ​ເຫັນ​ຕີ​ລາຄາ​ວຽກ​ງານ​ປົກ​ປ້ອງ ​ແລະ ​ເສີມ​ຂະຫຍາຍ​ສິດທິ​ມະນຸດ​ຢູ່ 14 ປະ​ເທດ, ​ໃນ​ນັ້ນ​ມີ​ສະຫະພັນ ລັດ​ເຊຍ ​ແລະ ກູ​ຍບາ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງແທ່ງ​ ກໍ່​ກ່າວ​ຄຳ​ເຫັນ​ຮັບ​ຮູ້​ຜົນງານ​ໃນ​ໄລຍະ​ກ່ວາ 4 ປີ​​ແຫ່ງການ​ປົກ​ປ້ອງ, ​ເສີມ​ຂະຫຍາຍ​ສິດທິ​ມະນຸດ​ຢູ່​ບັນດາ​ປະ​ເທດ Turkmenistan, Burkina Faso, Gibuti, ບັງ​ກຼາ​ເທດ, Cameroon, Azerbaijan.​.​​. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ​ແບ່ງປັນ​ຄວາມ​ສົນ​ໃຈ, ພ້ອມ​ທັງ​ປະກອບ​ບັນດາ​ຂໍ້​ສະ​ເໜີ​ແນະ​ອັນລະອຽດ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ລວມ​ແມ່ນ​ຮັບປະກັນກ່ຽວ​ກັບ​ການ​ຊົມ​ໃຊ້ສິດທິ​ມະນຸດ​ຢ່າງ​ຄົບ​ຖ້ວນຕາມຈິດ​ໃຈ​ຂອງ​ກົນ​ໄກ​ UPR ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ.

ຂ່າວ/ບົດ​ອື່ນ