(vovworld) – ວັນທີ 20/01, ການນຳຄະນະກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະງົບ, ຄະນະກຳມາທິການເສດຖະກິດ ແລະ ຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Katayama Satsuki, ປະທານກຳມາທິການການຕ່າງປະເທດ ແລະ ປ້ອງກັນສະພາສູງຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປາດຖະໜາວ່າ ໃນໄລຍະຈະມາເຖິງການພົວພັນຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບຈະນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ແທດເໝາະກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບການພົວພັນລະຫວ່າງຍີ່ປຸ່ນ ແລະ ຫວຽດນາມ ເວົ້າລວມ ແລະ ລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ, ພ້ອມທັງແລກປ່ຽນກ່ຽວກັບນະໂຍບາຍເສດຖະກິດຂອງ 2 ປະເທດ. 2 ຝ່າຍເຫັນດີນຳກັນແລກປ່ຽນບົດຮຽນໃນການສ້າງກົດໝາຍ ແລະ ຕິດຕາມກວດກາໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ສ່ວນທ່ານນາງ Katayama Satsuki ເນັ້ນໜັກວ່າ, ຍີ່ປຸ່ນ ຈະສືບຕໍ່ສະໜອງແຫຼ່ງທຶນ ODA ຊ່ວຍຫວຽດນາມ ພັດທະນາພື້ນຖານໂຄງລ່າງ; ປາດຖະໜາວ່າ ຍີ່ປຸ່ນ ແລະ ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືໃນທຸກຂົງເຂດ, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ