(VOVWORLD) -ພັກ, ລັດແລະປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກປະຊາຊົນກຳປູເຈຍ, ລັດແລະປະຊາຊົນກຳປູເຈຍສະຫງວນໃຫ້ຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະລາດ, ກໍ່ຄືໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຄືໃນປັດຈຸບັນ.
ການນຳພັກປະຊາຊົນກຳປະເຈຍ (ພາບ: TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ (28 ມິຖຸນາ 1951 – 28 ມິຖຸນາ 2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ. ເນື້ອໃນຈົດໝາຍໄດ້ຂຽນວ່າ: ໃນໄລຍະ 70 ປີຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກປະຊາຊົນ ກຳປູເຈຍ, ປະເທດກຳປູເຈຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍາດໄດ້ບັນດາໄຊຊະນະອັນສະຫງ່າລາສີໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.
ພັກກອມູນິດ ຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍສະແດງຄຳອວຍພອນຕໍ່ບັນດາຜົນງານອັນຍິ່ງໃຫຍ່ ແລະ ສຳຄັນໃນທຸກຂົງເຂດ ເຊິ່ງພັກ ແລະ ປະຊາຊົນກຳປູເຈຍບັນລຸໄດ້ໃນໄລຍະທີ່ຜ່ານມາ. ຫວຽດນາມສະແດງຄວາມເຊື່ອໝັ້ນວ່າ ພັກປະຊາຊົນກຳປູເຈຍສືບຕໍ່ນຳພາປະເທດເພື່ອບັນລຸໄດ້ບັນດາຜົນງານໃໝ່, ຍິ່ງໃຫຍ່ກ່ວາອີກໃນການປະຕິບັດ ໂຄງການການເມືອງ ຂອງພັກ ໄລຍະ 2018 – 2023 ແລະ ຍຸດທະສາດພັດທະນາ ສີ່ຫລ່ຽມໄລຍະທີ 4 ຂອງລັດຖະບານ.
ພັກ, ລັດແລະປະຊາຊົນ ຫວຽດນາມ ຍາມໃດກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງພັກປະຊາຊົນກຳປູເຈຍ, ລັດແລະປະຊາຊົນກຳປູເຈຍສະຫງວນໃຫ້ຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະລາດ, ກໍ່ຄືໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດຄືໃນປັດຈຸບັນ.
ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສົ່ງກະເຊົ້າດອກໄມ້ ອວຍພອນໄປຍັງທ່ານ ປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີ ລັດຖະບານ ກຳປູເຈຍ Hun Sen ແລະ ທ່ານ ປະທານສະພາແຫ່ງຊາດ ກຳປູເຈຍ Heng Xomrin