ຫວຽດນາມ ດຳເນີນບັນດາການເຄື່ອນໄຫວທາງການໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ

(VOVWORLD) -ຄາດວ່າສະພາຄວາມໝັ້ນຄົງສະຫະປະຊາຊາດຈະດຳເນີນກອງປະຊຸມເປີດ 15 ຄັ້ງ, ກອງປະຊຸມລັບ 10 ຄັ້ງເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ງຄົງສາກົນ
ຫວຽດນາມ ດຳເນີນບັນດາການເຄື່ອນໄຫວທາງການໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ - ảnh 1(ພາບປະກອບ: ກອງປະຊຸມຂ່າວສາກົນ)

ວັນທີ 01 ເມສາ 2021, ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວທາງການ ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນ ເມສາ 2021. ນີ້ແມ່ນເທື່ອທີ 2 ແລະ ກໍ່ແມ່ນເທື່ອສຸດທ້າຍຂອງຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານໃນອາຍຸການກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021.

        ຕອນເຊົ້າວັນທີ 01 ເມສາ (ຕາມເວລາ ອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮັບຮອງເອົາລາຍການເຮັດວຽກເດືອນ ເມສາ ໂດຍຫວຽດນາມ ສະເໜີ, ຕາມນັ້ນແລ້ວ ຄາດວ່າສະພາຄວາມໝັ້ນຄົງສະຫະປະຊາຊາດຈະດຳເນີນກອງປະຊຸມເປີດ 15 ຄັ້ງ, ກອງປະຊຸມລັບ 10 ຄັ້ງເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ງຄົງສາກົນຄື: ສະພາບການຢູ່ເຂດຕາເວັນອອກກາງ, ຊີຣີ, ລີບີ, ເຢແມນ, ຊູດັງ, ຊູດັງໃຕ້… ພິເສດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ຮັບຮອງເອົາການເຄື່ອນໄຫວປຶກສາຫາລືເປີດ 4 ຄັ້ງ ໂດຍຫວຽດນາມ ເປັນເປັນປະທານເຊິ່ງມີເນື້ອໃນກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ, ອະນຸພາກພື້ນ, ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ…

        ຕອນບ່າຍວັນທີ 01 ເມສາ, ຫວຽດນາມ ແນະນຳລາຍການເຮັດວຽກເຖິງບັນດາປະເທດສະມາຊິກສະຫະປະຊາຊາດ ແລະ ນອກສະພາຄວາມໝັ້ນຄົງ. ບັນດາປະເທດໄດ້ຊົມເຊີຍຫົວຂໍ້ປຶກສາຫາລືສຳຄັນເຊິ່ງຫວຽດນາມ ຊຸກຍູ້ໃນເດືອນເປັນປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ