ຫວຽດນາມ ຕັ້ງໜ້າປ້ອງກັນ, ຕ້ານພະຍາດ Ebola
(ພາບປະກອບ)
(vovworld) – ວັນທີ 12/08, ກົມຄຸ້ມຄອງຄົນງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ) ໄດ້ມີເອກະສານຮຽກຮ້ອງບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາປະຕິບັດກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດຢ່າງເຂັ້ມງວດ. ຕາມນັ້ນແລ້ວ, ບັນດາວິສາຫະກິດຕ້ອງຕິດຕາມກວດກາຄົນງານໂດຍວິສາຫະກິດສົ່ງໄປເຮັດວຽກຢູ່ເຂດເກີດພະຍາດເວົ້າສະເພາະ (ຖ້າຫາກມີ) ແລະ ເຂດອາຟລິກາໃຕ້ ເວົ້າລວມ, ລາຍງານຕໍ່ກົມຄຸ້ມຄອງຄົນງານຕ່າງປະເທດ ກ່ອນວັນທີ 16/08/2014; ໂຄສະນາໃຫ້ຄົນງານພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຂດເກີດພະຍາດ ເພື່ອເປັນເຈົ້າການປ້ອງກັນພະຍາດຢ່າງມີປະສິດທິຜົນ.
ແລະກໍ່ໃນວັນດຽວກັນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ປະກາດແຜນການກ່ຽວກັບການປ້ອນກັງ, ຕ້ານພະຍາດ Ebola ໃນຂະແໜງທ່ອງທ່ຽວ ດ້ວຍຈຸດໝາຍສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວເຂົ້າຫວຽດນາມ ຜ່ານການທ່ອງທ່ຽວ; ພ້ອມທັງກວດພົບແກ້ໄຂຢ່າງທັນການບັນດາກໍ່ລະນີຕິດພະຍາດສຳລັບແຂກທ່ອງທ່ຽວ, ສົມທົບກັບບັນດາອົງການສາທາລະນະສຸກສູນກາງ ແລະ ທ້ອງຖິ່ນໃນການປ້ອງກັນ, ຕ້ານ ແລະ ຮັບປະກັນຄວາມປອດໄພ, ສຸຂະພາບໃຫ້ແຂກທ່ອງທ່ຽວ ແລະ ຄົນງານໃນຂະແໜງທ່ອງທ່ຽວຢ່າງແໜ້ນແຟ້ນ.