ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​​ຮູບສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເປີດກວ້າງ​ການ​ເຄື່ອນ​ໄຫວ

(VOVWORLD) -ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັນພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ຍາວນານ. ຫວຽດນາມ ຕັດສິນໃຈປ່ຽນແປງໃໝ່ເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດ; ປະຕິຮູບສະພາບແວດລ້ອມດຳເນີນທຸລະກິດເພື່ອໃຫ້ວິສາຫະກິດຕ່າງປະເທດເປີດກວ້າງການເຄື່ອນໄຫວ.
ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​​ຮູບສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເປີດກວ້າງ​ການ​ເຄື່ອນ​ໄຫວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມວາລະປະຊຸມປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76, ວັນທີ 21 ກັນຍາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນ ນິວຢອກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ GE, ບໍລິສັດ CFM International, AviaWorld LCC, Cantor, Fitzgerald… ນີ້ແມ່ນບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ອາເມລິກາ ໃນຫຼາຍຂົງເຂດ ແລະ ຕ່າງກໍມີຄວາມປາດຖະໜາ ຢາກເພີ່ມທະວີບັນດາການເຄື່ອນໄຫວລົງທຶນ ຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັນພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ຍາວນານ. ຫວຽດນາມ ຕັດສິນໃຈປ່ຽນແປງໃໝ່ເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດ; ປະຕິຮູບສະພາບແວດລ້ອມດຳເນີນທຸລະກິດເພື່ອໃຫ້ວິສາຫະກິດຕ່າງປະເທດເປີດກວ້າງການເຄື່ອນໄຫວ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຕີລາສູງ ແລະ ຮັບຮູ້ບັນດາການເຄື່ອນໄຫວລົງທຶນ, ຮ່ວມມື ແລະ ແບ່ງປັນປະສົບການຂອງບັນດາວິສາຫະກິດ ອາເມລິກາ ທີ່ລົງທຶນຢູ່ ຫວຽດນາມ. ສິ້ນສຸດການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການເລືອກເຟັ້ນ ແລະ ການບຳລຸງຮັກສາເຄື່ອງຈັກ GENX ລະຫວ່າງບໍລິສັດ Bamboo Airways ຫວຽດນາມ ແລະ ບໍລິສັດ GE ແລະ ຂໍ້ຕົກລົງປະກາດການເລືອກເຟັ້ນຕົວແທນ ແລະ ສາຍການບິນໂດຍກົງ ຫວຽດນາມ - ອາເມລິກາ ລະຫວ່າງ ບໍລິສັດ Bamboo Airways ກັບ AviaRep.

ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັທ່ານ Arun Savkur, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Quantum, ອາເມລິກາ ແລະ ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມືລະຫວ່າງການຮ່ວມທຸລະກິດ ລະຫວ່າງບໍລິສັດ ກິງບັກ ແລະ ບໍລິສັດເຕັກໂນໂລຢີໂທລະຄົມມະນາຄົມ ໄຊງ່ອນ, ສັງກັດກຸ່ມບໍລິສັດລົງທຶນ ໄຊງ່ອນ ແລະ ກຸ່ມບໍລິສັດ Quantum.

ຕອບກັບ

ຂ່າວ/ບົດ​ອື່ນ