ຫວຽດນາມ ຕ້ອນຮັບແຂກສາກົນກ່ວາ 1 ລ້ານຄົນໃນເດືອນ 4

(VOVWORLD) -  ໄລ່ແຕ່ຕົ້ນປີມາຮອດປະຈຸບັນ, ມີ 4 ເດືອນຢ່າງລຽນຕິດ ຫວຽດນາມ ຮັກສາລະດັບການຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1 ລ້ານເທື່ອຄົນ.  
ຫວຽດນາມ ຕ້ອນຮັບແຂກສາກົນກ່ວາ 1 ລ້ານຄົນໃນເດືອນ 4 - ảnh 1 ພາບປະກອບ

ໄລ່ລວມ 4 ເດືອນຜ່ານມາ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ຄາດວ່າບັນລຸ 4,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລະອຽດຄື, ແຂກທ່ອງທ່ຽວທີ່ເດີນທາງໄປດ້ວຍການບິນ ແລະ ທາງທະເລລ້ວນແຕ່ເພີ່ມຂຶ້ນ, ໃນນັ້ນແຂກທ່ອງທ່ຽວໄປທາງທະເລເພີ່ມຂຶ້ນຢ່າງແຮງ, ທົບ 2,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນ. ແຂກທ່ອງທ່ຽວສາກົນມາຈາກບັນດາທະວີບຄື: ອາຊີ, ເອີລົບ, ທະວີບ ອາເມລິກາ, ທະວີບມະຫາສະໝຸດ ແລະ ອາບຟຣີກາ ລ້ວນແຕ່ຮັບຮູ້ໃນລະດັບແຕ່ 24,5% ເຖິງກ່ວາ 38% ເມື່ອທຽບໃສ່ປີ 2016.

 

ຕອບກັບ

ຂ່າວ/ບົດ​ອື່ນ