ຫວຽດນາມ ຕອບສະຫນອງ ບັ້ນມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ

(vovworld) - ນັບ​ແຕ່​ເວລາ 20 ​ໂມງ 30 ນາທີ ຮອດ​ 21 ​ໂມງ 30 ນາທີ​ ຂອງ​ວັນ​ທີ 31/3 ຢູ່ ສະຫນາມ​ຫລວງການປະຕິວັດ​ເດືອນ​ສິງຫາ ​ໄດ້​ດຳ​ເນີນ​ພິທີ​ມອດ​ໄຟ ເພື່ອ​ຕອບ​ສະຫນອງການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ ດ້ວຍ​ການສົ່ງສານ​ລວມທີ່​ວ່າ: ພວກເຮົາທຸກຄົນ​ພ້ອມ​ກັນ​ປະຕິບັດ. ຄຸ້ມ​ເມືອງ  Hoi An ຕາງຫນ້າ​ໃຫ້​ພາກ​ກາງ ​ແລະ ນະຄອນ Ho Chi Minh ຕາງຫນ້າ​ໃຫ້​ແກ່​ພາກ​​ໃຕ້​ພ້ອມ​ກັນ​ຕອບ​ສະຫນອງ​ເຫດການ​ນີ້.

ຫວຽດນາມ ຕອບສະຫນອງ    ບັ້ນມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ - ảnh 1
ຊາວຫນຸ່ມຫວຽດນາມ ຕອບສະຫນອງການມອດໄຟ 1 ຊົ່ວໂມງ
ພາບ: internet

        ມາ​ຮອດ​ປະຈຸ​ບັນ​ມີ 47 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈົດ​ທະບຽນ​ເຂົ້າ​ຮ່ວມ ​ແລະ ຕອບ​ສະຫນອງ​ບັ້ນ​ການ​ມອດ​ໄຟ 1 ຊົ່ວ​​ໂມງ. ຢູ່ ຮ່າ​ໂນ້ຍ, ປະຕິບັດ​ບັ້ນ​ມອດ​ໄພ 1 ຊ່ົວ​ໂມງ​ໃນ​ຕອນ​ຄຳ່​ວັນ​ທີ 31/3 ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ.

        ຢູ່​ແຂວງ Yen Bai ​ໄດ້​ຈັດ​ຕັ້ງ​ການ​ໂຄສະນາ​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ, ​ໂຮງງານ​​ແຫ່ງ​ຕ່າງໆ ຈົ່ງ​ປະຢັດ​ການ​ນ​ຳ​ໃຊ້​ໄຟຟ້າ, ພະລັງງານ. ທ່ານ Nguyen Van Thuc ຮອງ​ຫົວຫນ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ Yen Bai ​ໃຫ້​ຮູ້​ວ່າ:

        “ປະຕິບັດ​ການ​ມອດ​ໄຟ 1 ຊົ່ວ​​ໂມງ, ພວກ​ຂ້າພະ​ເຈົ້າ​ໄດ້​ຂົນຂວາຍ​ປະຊາຊົນ​ຈົ່ງ​ປະຕິ​ບັດ​ຄຳ​ສັ່ງ​ການ​ປະຢັດ​ໄຟຟ້າ​ຂອງ​ແຂວງ, ຂອງ​ສູນ​ກາງ ​ແລະ ສົມທົບ​ກັບ​ອົງການ​ສື່​ມວນ​ຊົນ​ໂຄສະນາ​ການ​ປະຢັດ​ໄຟຟ້າ, ສົ່ງ​ເສີມ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ມອດ​ໄຟ​ໃນ​ເວລາ 1 ຊົ່ວ​ໂມງ.”

ພ້ອມ​ກັບ ຫວຽດນາມ, ວັນ​ທີ 31/3 ນີ້ ​ໃນ​ເວລາ 20 ​ໂມງ 30 ນາທີ ຕາມ​ເວລາ​ຂອ​ງ​ແຕ່ລະ​ປະ​ເທດ ມີ​ ນະຄອນ 6000 ​ແຫ່ງ ຂອງ 147 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​​ໂລ​ກ ພ້ອມ​ກັນ​ມອດ​ໄຟ 1 ຊົ່ວ​​ໂມງ​ເພື່ອ​ຫນ່ວຍ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ