ຫວຽດນາມ - ນິວຊີແລນ ມຸ່ງໄປສູ່ການຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

(VOVWORLD) - ທັງສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍໂຄງການດຳເນີນງານ ຫວຽດນາມ - ນິວຊິແລນ 2017 - 2018.
ຫວຽດນາມ  - ນິວຊີແລນ ມຸ່ງໄປສູ່ການຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ພ້ອມກັບທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ Ben Kinh (ພາບ: BNG)

ວັນທີ 18 ມີນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ພ້ອມກັບທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ Ben Kinh  ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊິແລນ ຄັ້ງທີ່ 11 ຢູ່ ນະຄອນຫຼວງແວນລິງຕັນ ຂອງນິວຊີແລນ. ທັງສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍໂຄງການດຳເນີນງານ ຫວຽດນາມ - ນິວຊິແລນ 2017 - 2018. ພ້ອມທັງເຫັນດີເປັນເອກະພາບກັນຈະສົມທົບຜັນຂະຫຍາຍບັນດາສັນຍາທີ່ພວມມີຢູ່ແລ້ວໃຫ້ເປັນຢ່າງດີ, ພິເສດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP), ເພື່ອແນໃສ່ຍາດແຍ່ງບັນດາກາລະໂອກາດໃໝ່ໃຫ້ດີທີ່ສຸດ, ມານະພະຍາຍາມເພີ່ມວົງເງິນການຄ້າຂຶ້ນເຖິງ 2 ຕື້ USD ໃນປີ 2020. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈະເອົາໃຈໃສ່ເຮັດໃຫ້ການຮ່ວມມືໃນບາງຂົງເຂດຫຼັກແຫຼ່ງຄື ວິທະຍາສາດ - ເຕັກໂນໂລຢີ, ແຮງງານ ແລະ ການພົວພັນແລກປ່ຽນປະຊາຊົນໃຫ້ເລິກເຊິງກ່ວາ.

ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນກ່ຽວກັບບັນຫາຕ່າງໆໃນພາກພື້ນ ແລະ ໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທັງສອງຝ່າຍກໍ່ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບສັບສົນຢູ່ທະເລຕາເວັນອອກ, ສະໜັບສະໜຸນການແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ບົນພື້ນຖານນັ້ນ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເປີດກ້ວາງ ແລະ ເຮັດໃຫ້ການຮ່ວມມືໃນທຸກໆຂົງເຂດທີ່ຕ່າງມີຜົນປະໂຫຍດເລິກເຊິງກ່ວາ.ມຸ່ງໄປສູ່ການຍົກສາຍພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ