ຫວຽດນາມ ປາດຖະໜາຢາກໃຫ້ນັບມື້ນັບມີຫລາຍວິສາຫະກິດ ສິງກະໂປ ເຂົ້າມາລົງທຶນ

(VOVWORLD) - ຍ້ອນວ່າ ຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດ ກໍ່ແມ່ນຜົນສຳເລັດຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ. 
ຫວຽດນາມ ປາດຖະໜາຢາກໃຫ້ນັບມື້ນັບມີຫລາຍວິສາຫະກິດ ສິງກະໂປ ເຂົ້າມາລົງທຶນ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບບັນດາວິສາຫະກິດ ສິງກະໂປ 

ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບບັນດາວິສາຫະກິດ ສິງກະໂປ ທີ່ມີການລົງທຶນຢູ່ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ລາຍງານໝາກຜົນແຫ່ງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາວ່າ ນັບມື້ນັບມີຫລາຍວິສາຫະກິດ ສິງກະໂປ ເຂົ້າມາລົງທຶນຢູ່ ຫວຽດນາມ. ຍ້ອນວ່າ ຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດ ກໍ່ແມ່ນຜົນສຳເລັດຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດຕ່່າງປະເທດເວົ້າລວມ ແລະ ວິສາຫະກິດ ສິງກະໂປ ເວົ້າສະເພາະ, ດຳເນີນທຸລະກິດສະດວກຢູ່ ຫວຽດນາມ.

ຫວຽດນາມ ປາດຖະໜາຢາກໃຫ້ນັບມື້ນັບມີຫລາຍວິສາຫະກິດ ສິງກະໂປ ເຂົ້າມາລົງທຶນ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ