ຫວຽດນາມ ປາດຖະໜາວ່າ ອາເມລິກາ ປະກອບສ່ວນເພື່ອຄວາມໝັ້ນຄົງ ແລະ ການພັດທະນາຢູ່ ອາຊີ

ຫວຽດນາມ ປາດຖະໜາວ່າ ອາເມລິກາ ປະກອບສ່ວນເພື່ອຄວາມໝັ້ນຄົງ ແລະ ການພັດທະນາຢູ່ ອາຊີ - ảnh 1
​ເອ​ກ​ອັກຄະ​ລັດຖະທູດ ຫວຽດນາມ ​ປະຈຳ ອາ​ເມ​ລິ​ກາ  ທ່ານ ຫງວຽນ​ກວກ​ເກື່ອງ ​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ນັກ​ປາຖະກະຖາ​ຕົ້ນ​ຕໍ່

(vovworld) – ​ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ​ແງ່​ຫວັງ​ດຳ​ເນີນ​ທຸລະ​ກິດ​ແມ່ນ​ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ “​ໂຄງ​ປະກອບ​ພາກ​ພື້ນ ອາຊີ” ທີ່ຫາ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ, ກ່ອນ​ທີ່​ດຳ​ເນີນ​​ເວທີ​ປາ​ໄສ​ຮ່ວມ​ມື ອາ​ຊີ - ປາຊີ​ຟິກ (APEC) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS) ​ໃນ​​ເດືອນ 10 ຈະ​ມາ​ເຖິງ. ​ເອ​ກ​ອັກຄະ​ລັດຖະທູດ ຫວຽດນາມ ​ປະຈຳ ອາ​ເມ​ລິ​ກາ  ທ່ານ ຫງວຽນ​ກວກ​ເກື່ອງ ​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ນັກ​ປາຖະກະຖາ​ຕົ້ນ​ຕໍ່. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS) ​ເປັນ​​ເຈົ້າພາບ​ຈັດ​ຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື່ອງ ຢັ້ງຢືນ​ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ ​ແມ່ນ​ເວທີ​ປາ​ໄສ​ເຕົ້າ​ໂຮມ​ບັນດາ​ການ​ນຳ​ໂລກ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ຍຸດ​ທະ​ສາດ ​ແລະ ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ບັນດາ​ຫຼັກການ ​ແລະ ຂອບ​ເຂດ​ພາກ​ພື້ນ. ກອງ​ປະຊຸມ​ຄວນ​ສືບ​ຕໍ່​ປັບປຸງ​ບົບບາດ​ນີ້​ໃນ​ການ​ຊຸກຍູ້​ການ​​ໂອ້​ລົມສົນທະນາ, ການ​ຮ່ວມ​ມື, ການສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ, ຄວາມ​ໝັ້ນຄົງ.​.​., ​ແກ້​ໄຂ​ບັນດາ​ການ​ພິດ​ພາດ​ບົນ​ພື້ນຖານ​ກົດໝາຍ​ສາກົນ​ໂດຍ​ສັນຕິ, ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ຊຽນ ​ແລະ ຈີນ ​ໃນ​ການ​ປະຕິ​ບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະສິດທິ​ຜົນ,  ມຸ່ງ​ໄປ​ເຖິງ​ປະມວນ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)​. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື່ອງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທ​ດທຳ​ອິດ​ທີ່ສະໜັບສະໜູນ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດຍອດ ອາຊີ​ຕາ​ເວັນ​ອອກ ​ແລະ ຫວັງ​ວ່າ ອາ​ເມ​ລິ​ກາ ຈະ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ