(vovworld) – ວັນທີ 7/5, ຢູ່ຮ່າໂນ້ຍ, ກົມຊັບສິນທາງປັນຍາ ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສົມທົບກັບອົງການຊັບສິນທາງປັນຍາໂລກ (ຫຼື WIPO) ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງ ແລະ ເສີມຂະຫຍາຍໂຄງການຊັບສິນທາງປັນຍາແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານ ກ່ຽວກັບຊັບສິນທາງປັນຍາທີ່ມາຈາກ ການາດາ, Kenya, WIPO ແລະ ຫວຽດນາມ. ຕາມບັນດານັກຊ່ຽວຊານແລ້ວ, ໂຄງການຊັບສິນທາງປັນຍາແຫ່ງຊາດມີບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມ. ໂຄງການຊັບສິນທາງປັນຍາແຫ່ງຊາດມີລັກສະນະສັງລວມ, ໄດ້ຮັບການຜັນຂະຫຍາຍປະຕິບັດໃນພື້ນຖານສົມທົບກັນຢ່າງແໜ້ນແຟ້ນກັບບັນດາຝ່າຍກ່ຽວຂ້ອງເພືື່ອແນໃສ່ຂຸດຄົ້ນເຕັກໂນໂລຢີໃໝ່ ແລະ ຜະລິດຕະພັນທີ່ມີຫົວຄິດປະດິດສ້າງ. ຈຸດໝາຍຂອງການສ້າງໂຄງການຊັບສິນພຸມປັນຍາແຫ່ງຊາດແມ່ນວາງອອກແຜນການຊ່ວຍໃຫ້ບັນດາອົງການທັງໝົດໃນປະເທດ ສາມາດພ້ອມກັນຮ່ວມມືປະດິດສ້າງ, ຊັບສິນ ແລະ ຂຸດຄົ້ນບັນດາຜົນງານຂອງການຄົ້ນຄ້ວາ, ບັນດາຂໍ້ລິເລີ່ມ, ເຕັກໂນໂລຢີໃໝ່ ແລະ ບັນດາຜົນງານປະດິດສ້າງ... ຮ່າງໂຄງການຊັບສິນທາງປັນຍາແຫ່ງຊາດ ຫວຽດນາມ ໄດ້ຮັບການກໍ່ສ້າງດ້ວຍການໜູນຊ່ວຍຂອງ WIPO. ໂຄງການສຸມໃສ່ເຂົ້າໃນບັນດາເນື້ອໃນຄື: ເພີ່ມທະວີນະໂຍບາຍ ແລະ ຂອບເຂດຊັບສິນທາງປັນຍາ, ຍົກສູງຄວາມຮູ້ ແລະ ວິທີການນຳໃຊ້ຍີ່ຫໍ້...