ຫວຽດນາມ ພວມປັບປຸງສຳເນົາເອກະສານ CPTPP ໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີນີ້

(VOVWORLD) - ຕອນບ່າຍວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາ ໄດ້ຈັດຕັ້ງການປະຊຸມຂ່າວນັດສາມັນ; ເມື່ອຕອບຄຳຖາມກ່ຽວກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ຂ້າມປາຊີຟິກ (CPTPP).
ຫວຽດນາມ ພວມປັບປຸງສຳເນົາເອກະສານ CPTPP ໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີນີ້ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ:TTXVN )

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ຫວຽດນາມ ພວມພ້ອມກັບບັນດາປະເທດສະມາຊິກສ້າງລະບຽບການໃຫ້ສົມບູນແບບ ເພື່ອໃຫ້ສັດຕະຍາບັນຕາມຂໍ້ກຳນົດຂອງແຕ່ລະປະເທດ.

        “ຕາມຂໍ້ກຳນົດ, ສັນຍາ CPTPP ຈະມີຜົນສັກສິດພາຍໃນ 60 ວັນ ພາຍຫລັງທີ່ມີປະເທດສະມາຊິກຢ່າງໜ້ອຍສຸດ 6 ປະເທດ ໄດ້ສ້າງສຳເລັດບັນດາລະບຽບການໃຫ້ສັດຕະຍາບັນ; ປັດຈຸບັນ, ຫວຽດນາມ ແລະ ບັນດາປະເທດສະມາຊິກພວມດຳເນີນບັນດາລະບຽບການໃຫ້ສັດຕະຍາບັນ CPTPP ເໝາະສົມກັບບັນດາຂໍ້ກຳນົດຂອງແຕ່ລະປະເທດ ເພື່ອນຳສັນຍາເຂົ້າຜັນຂະຫຍາຍໂດຍໄວ, ປະກອບສ່ວນຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາສະມາຊິກ ແລະ ປະກອບສ່ວນໃຫ້ແກ່ການເຕີບໂຕຮ່ວມສຳພັນເສດຖະກິດຂອງພາກພື້ນ; ປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມສ້າງສຳເນົາເອກະສານໃຫ້ສຳເລັດ ເພື່ອອາດຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນໃນທ້າຍປີນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ