ຫວຽດນາມ ພວມມີຄວາມກ້າວໜ້າຫລາຍຢ່າງກ່ຽວກັບການພັດທະນາມະນຸດ ແລະ ຫລຸດຜ່ອນຄວາມທຸກຍາກ

(VOVWORLD) - ຫວຽດນາມ ພວມມີຄວາມກ້າວໜ້າຫລາຍຢ່າງກ່ຽວກັບການພັດທະນາມະນຸດ ແລະ ຫລຸດຜ່ອນຄວາມທຸກຍາກ ນັບທັງຄອບຄົວທຸກຍາກ ແລະ ໃກ້ຈະຖືກຈັດເຂົ້າໃນຄອບຄົວທຸກຍາກ,
ຫວຽດນາມ ພວມມີຄວາມກ້າວໜ້າຫລາຍຢ່າງກ່ຽວກັບການພັດທະນາມະນຸດ ແລະ ຫລຸດຜ່ອນຄວາມທຸກຍາກ - ảnh 1ທີ່ກອງປະຊຸມສຳມະນາ (ພາບ: qdnd.vn

ແຕ່ຍັງປະສົບກັບສິ່ງທ້າທາຍຫລາຍຢ່າງໃນການຫລຸດຜ່ອນຄວາມຜິດດ່ຽງລະຫວ່າງບັນດາເຂດພາກ ແລະ ກຸ່ມຊຸມຊົນ, ຮັດແຄບຄວາມແຕກໂຕນກັນລະຫວ່າງຍິງ-ຊາຍ, ກໍ່ຄືແກ້ໄຂບັນດາບັນຫາສິ່ງແວດລ້ອມທີ່ກ່ຽວຂ້ອງເຖິງການປ່ອຍອາຍພິດ carbon dioxide ແລະ ຊີວະນາໆພັນ…ນີ້ແມ່ນສານ ເຊິ່ງອົງການພັດທະນາສະຫະປະຊາຊາດ (UNDP) ໄດ້ຍົກອອກມາທີ່ກອງປະຊຸມສຳມະນາປະກາດບັນດາຕົວເລກດັດຊະນີການພັດທະນາມະນຸດ: ອັບເດັດຂໍ້ມູນສະຖິຕິປີ 2018 ຂອງ ຫວຽດນາມ ໃນວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ.

        ຕາມເອກະສານແລ້ວ “ບັນດາຕົວເລກດັດຊະນີການພັດທະນາມະນຸດ: ອັບເດັດຂໍ້ມູນສະຖິຕິປີ 2018 ຂອງ ຫວຽດນາມ” ໄດ້ສະແດງໃຫ້ເຫັນວ່າຕົວເລກດັດຊະນີການພັດທະນາມະນຸດຂອງ ຫວຽດນາມ ຢູ່ໃນກຸ່ມສະເລ່ຍປານກາງສູງ. ດ້ວຍດັດຊະນີ 0,697 ໃນປີ 2017, ຫວຽດນາມ ຢືນອັນດັບທີ 116 ໃນຈຳນວນ 189 ປະເທດ. ຖ້າຫາກເພີ່ມທະວີຄວາມມານະພະຍາຍາມຫລຸດຜ່ອນຄວາມຜິດດ່ຽງລະຫວ່າງບັນດາເຂດພາກ ແລະ ກຸ່ມຊຸມຊົນ, ຫວຽດນາມ ຈະຢູ່ໃນກຸ່ມບັນດາປະເທດທີ່ມີລະດັບການພັດທະນາມະນຸດສູງໂດຍໄວ.

        ໃນດັດຊະນີການພັດທະນາມະນຸດ, ຫວຽດນາມ ໄດ້ປະຕິບັດເປັນຢ່າງດີໃນຂົງເຂດສາທາລະນະສຸກ ແລະ ການສຶກສາ. ຄວາມມຸ່ງຫວັງຕໍ່ອາຍຸຍືນຂອງ ຫວຽດນາມ ແມ່ນ 76,5 ປີ, ຢືນອັນດັບທີ 2 ຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ