ທ່ານ ເລື່ອງແທງງິ ໂຄສົກກະຊວງການຕ່າງປະເທດຫວຽດນາມ
|
(vovworld)- ເມື່ອບໍ່ດົນມານີ້, ຄະນະກຳມະການປົກຄອງແຂວງ ໄຮໜຳຂອງຈີນ ໄດ້ຮັບຮອງ ເອົາຮ່າງ ປັບປຸ່ງມາດຕະການປະຕິບັດກົດໝາຍວ່າດ້ວຍການປະມົງແຫ່ງປະເທດຈີນ ຂອງແຂວງໄຮໜຳ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ. ຕາມນັ້ນແລ້ວ, ຊາວຕ່າງປະເທດ ແລະ ກຳປັ່ນຫາປາຂອງຕ່າງ ປະເທດເມືອ່ເຂົ້າໄປເຂດນ່ານນ້ຳແຂວງ ໄຮໜຳເພື່ອປະຕິບັດການປະມົງ ແລະ ເຄື່ອນໄຫວສຳຫຼວດຊອກຫາຊັບພະຍາກອນນັ້ນ, ຈະຖືກຂັບໄລ່ ແລະ ອາດຈະຖຶກຢຶດຊັບສິນ, ປັບໄໝລົງໂທດທາງບໍລິຫານ...ວັນທີ 24/12/2013, ກະຊວງກະສີກຳຈີນໄດ້ອອກແຈ້ງການປະກາດກ່ຽວກັບເວລາພັກການເຄື່ອນໄຫວຈັບຫາປາດ້ວຍແຫຢູ່ບາງບໍລິເວນຂຶ້ນກັບອະທິປະໄຕ, ສິດມີອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກ. ແລະ ໃນມໍ່ມານີ້, ທາງຝ່າຍຈີນກໍໄດ້ສະເໜີຕໍ່ຜູ້ອ່ານກ່ຽວກັບເວັບໄຊ ແລະ ໜັງສືພິມສະບັບທຳອິດຂອງອັນທີ່ເອີ້ນວ່າ “ ນະຄອນຊານຊາ ” ; ການຍັກລະດັບສະຖານີອຸຕຸນິຍົມຢູ່ເກາະຈຳນວນໜຶ່ງໃນໝູ່ເກາະເຈືອງຊາຂອງຫວຽດນາມ.
ຫວຽດນາມ, ຟີລິບປິນ ແລະ ອາເມລິກາໄດ້ມີປະຕິກິລີຍາຄັດຄ້ານບັນດາການກະທຳນີ້ຂອງຈີນ.ວັນທີ 10/1/2014, ຕອບສຳພາດນັກຂ່າວກ່ຽວກັບບັນຫາດັ່ງກ່າວ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານ ເລື່ອງແທງງິ ຊີ້ແຈ້ງວ່າ :
“ ບັນດາການເຄື່ອນໄຫວຂອງຝ່າຍຈີນ, ແມ່ນຜິດກົດໝາຍ ແລະ ບໍ່ມີຄຸນຄ່າແຕ່ຢ່າງໃດ, ລວງລ້ຳອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະເຈືອງຊາ ແລະ ຮ່ວາງຊາຂອງຫວຽດນາມ, ສິດມີອະທິປະໄຕ ແລະ ສິດນຳສະເໜີໃຫ້ຢັ້ງຢືນຄວາມຖືກຕ້ອງຂອງຫວຽດນາມຢູ່ທະເລຕາເວັນອອກຕາມ ສົນທິສັນຍາຂອງສ.ປ.ຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ບໍ່ສອດຄ່ອງກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ ແລະ ຈີນ, ໄປຝືນກັບຈິດໃຈຖະແຫຼງການ DOC , ເຮັດໃຫ້ສະພາບການຢູ່ ທະເລຕາເວັນອອກ ສັບສົນຂຶ້ນຕື່ມ. ຫວຽດນາມສະເໜີຈີນຈົ່ງລົບລ້າງບັນດາການກະທຳຜິດພາດນີ້ໃນທັນທີ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ”