(vovworld) - ວັນທີ 1/7, ຕະຫຼາດພະລັງງານໄຟຟ້າແກ່ງແຍ້ງໄດ້ເຄື່ອນໄຫວຢ່າງເປັນທາງການ ດ້ວຍໂຮງງານໄຟຟ້າ 29 ແຫ່ງເຂົ້າຮ່ວມໄດ້ມອບສາລະບານຈ່າວລາຄາກັບບໍລິສັດຊື້ - ຂາຍໄຟຟ້າ. ນີ້ແມ່ນບາດກ້າວທຳອິດທີ່ສຳຄັນທີ່ສຸດໃນວິວັດທະນາການມຸ້ງໄປເຖິງຕະຫຼາດຂາຍຍ່ອຍແກ່ງແຍ້ງ. ໂຮງງານໄຟຟ້າ 29 ແຫ່ງເຂົ້າຮ່ວມຕະຫຼາດພະລັງງານໄຟຟ້າແກ່ງແຍ້ງລວມມີ: ໂຮງງານໄຟຟ້ານ້ຳຕົກ 13 ແຫ່ງ, ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ 11 ແຫ່ງ, ໂຮງງານໄຟຟ້າແຮງລົມ 5 ແຫ່ງ, ທີ່ມີຍອດກຳລັງການຜະລິດໄຟຟ້າ 9.000 MW. ຄຽງຂ້າງນັ້ນ, ມີໂຮງງານໄຟຟ້າ 26 ແຫ່ງໄດ້ເຂົ້າຮ່ວມຕະຫຼາດນີ້ໂດຍທາງອ້ອມ. ນອກຈາກນັ້ນ, ມີໂຮງງານອີກ 20 ແຫ່ງກໍນອນໃນບັນຊີລາຍຊື່ສຳຮອງເຂົ້າຮ່ວມຕະຫຼາດພະລັງງານໄຟຟ້າແກ່ງແຍ້ງເມື່ອເຂົ້າເຄື່ອນໄຫວການຄ້າຢ່າງເປັນທາງການ. ຕາມທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ - ການຄ້າຫວຽດນາມ Hoang Quoc Vuong ແລ້ວ, ເລື່ອງຕະຫຼາດພະລັງງານໄຟຟ້າແກ່ງແຍ້ງເຄື່ອນໄຫວຢ່າງເປັນທາງການແຕ່ວັນທີ 1/7 ແມ່ນບາດກ້າວທຳອິດເພື່ອມຸ້ງໄປເຖິງຕະຫຼາດແຫ່ງໜຶ່ງທີ່ສຳເລັດບໍລິບູນໃນປີ 2022, ໝາຍຄວາມວ່າແມ່ນຕະຫຼາດຂາຍຍ່ອຍແກ່ງແຍ້ງ. ທ່ານເວົ້າວ່າ:
“ຄວາມຫວັງຕໍ່ເລື່ອງລາຄາໄຟຟ້າຈະຫຼຸດລົງໃນທັນທີ ເມື່ອຕະຫຼາດພະລັງງານໄຟຟ້າແກ່ງແຍ້ງຢ່າງຂ້ຽວຂາດ, ຍ້ອນວ່າປະຈຸບັນລາຄາໄຟຟ້າຢູ່ປະເທດເຮົາຖືກຖືວ່າແມ່ນຕຳ່ສຸດເມື່ອທຽບກັບລາຄາໄຟຟ້າຂອງບັນດາປະເທດໃນພາກພື້ນ. ປະຈຸບັນ, ມີຫຼາຍຫົວໜ່ວຍເຄື່ອນໄຫວໃນຂົງເຂດໄຟຟ້າ, ພິເສດແມ່ນບັນດາໂຮງງານໄຟຟ້າພວມຢູ່ໃນສະພາບປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານການເງິນ, ດັ່ງນັ້ນເມື່ອພວກເຮົາມີຕະຫຼາດພະລັງງານໄຟຟ້າແກ່ງແຍ້ງຄືແນວນັ້ນ ລາຄາກໍມີຍາມຈະຫຼຸດລົງ ແລະ ເພີ່ມຂຶ້ນຕາມໄລຍະ.”