ຫວຽດນາມ ມີ ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກໜ້ອຍທີ່ສຸດໃນ 2 ເດືອນຜ່ານມາ
(VOVWORLD) -ວັນທີ 10 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 28.307 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 34.000 ຄົນ ແລະ ຜູ້ເສຍຊີວິດ 19 ຄົນ.
ພາບປະກອບ: ກະຊວງສາທາລະນະສຸກ |
ໄລ່ຮອດຕອນບ່າຍວັນທີ 10 ເມສາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 208,5 ລ້ານຄົນ. ໃນນັ້ນມີ 100% ຜູ້ມີອາຍຸກ່ວາ 18 ປີໄດ້ຮັບການສັກວັກຊິນຢ່າງຄົບຖ້ວນ 2 ເຂັມ. ກະຊວງສາທາລະນະສຸກ ຫວຽດນາມ ສືບຕໍ່ສະເໜີໃຫ້ບັນດາທ້ອງຖິ່ນ ຍູ້ແຮງການສັກວັກຊິນກັນໂຄວິດ - 19, ຮັບປະກັນຄວາມຄືບໜ້າໃນການສັກວັກຊິນກັນໂຄວິດ - 19, ເພີ່ມທະວີການຂົນຂວາຍປະຊາຊົນໄປສັກວັກຊິນກັນໂຄວິດ - 19. ກະຊວງສາທາລະນະສຸກສືບຕໍ່ຄົ້ນຄ້ວາ, ປຶກສາຫາລືບົດຮຽນປະສົບການສາກົນ ກ່ຽວກັບການສັກວັກຊິນກັນໂຄວິດ - 19 ເຂັມທີ 4 ແລະ ການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 5 ປີ.