ຫວຽດນາມ ມີ​ການຈະ​ເລີ​ນ​ເຕີບ​ໂຕ​ ໄລຍະ​ຍາ​ວ ດີ​ກ່ວາ​ໝູ່

ຫວຽດນາມ ມີ​ການຈະ​ເລີ​ນ​ເຕີບ​ໂຕ​ ໄລຍະ​ຍາ​ວ ດີ​ກ່ວາ​ໝູ່ - ảnh 1

ທະນາຄານ HSBC

(ພາບ:nhandan.com)

( vovworld ) – ຊ່ອງ​ຂ່າວສານການ​ຄ້າ CNBC ​ໄດ້​ນຳ​ຫວຽດນາມ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ 10 ປະ​ເທດ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ໄລຍະ​ຍາ​ວດີ​ກ່ວາ​ໝູ່, ຊື່​ງຕາມ​ນັ້ນ​ແລ້ວ, ຄາດ​ວ່າ ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ​​ໃນແຕ່ລະ​ປີ​​ຈະແມ່ນ 5,2%. ບັນຊີ​ລາຍ​ຊື່​ດັ່ງກ່າວ​ຂອງ CNBC ​ໄດ້​ຖືກ​ສ້າງ​ຂຶ້ນ​ອີງ​ຕາມ​ບັນດາ​ຕົວ​ເລກ​ຄາດ​ຄະ​ເນ​ຈາກ​ການຄົ້ນຄ້ວາ​ໂລກ​ໃນ​ປີ 2050 ຊື່​ງຫາ​ກໍ​ໄດ້​ປະກາດ​ເມື່ອ​ເດືອນ​ກ່ອນ​ຂອງ​ທະນາຄານ HSBC. ຕາມ​ນັ້ນ​ແລ້ວ, ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ​ສະ​ເລັ່ຍ​ແຕ່ລະ​ປີ​ຂອງ​ຫວຽດນາມ ​ແມ່ນ 5,2%, ຢືນ​ອັນ​ດັບ​ທີ 7 ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ມີການຈະ​ເລີ​ນ​ເຕີບ​ໂຕ​ໄລຍະ​ຍາ​ວດີ​ກ່ວາ​ໝູ່​ໃນ​ຮອບ​ເວລາ 40 ປີ​ທີ່​ຈະ​ມາ​ເຖິງ. ຄາດ​ວ່າ GDP ຂອງ​ຫວຽດນາມ ​ໃນ​ປີ 2050 ຈະ​ແມ່ນ 451 ຕື້ USD. ຊ່ອງ CNBC ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ນັບ​ແຕ່​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ໃນ​ປີ 2007. ທ່າ​ໄດ້​ປຽບ​ໃນ​ດ້ານ​ຄ່າ​ໃຊ້​ຈາ​ຍ​ໃນ​ການ​ຜະລິດ​ຕ່ຳ ​ໄດ້​ຊ່ວຍ​ຫວຽດນາມ ດຶດງດູດ​ສະ​ແສ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ, ລະອຽດ​ຄື​ໃນ​ຂະ​ແໜງ​​ຕັດຫຍີບ ​ແລະ​ ເຕັກ​ໂນ​ໂລ​ຊີ.

ຂ່າວ/ບົດ​ອື່ນ