ຫວຽດນາມ ມີການປະກອບສ່ວນ ສຳຄັນເຂົ້າບັນດາຈຸດສຸມ ບຸລິມະສິດຂອງອາຊຽນ

ຫວຽດນາມ ມີການປະກອບສ່ວນ ສຳຄັນເຂົ້າບັນດາຈຸດສຸມ ບຸລິມະສິດຂອງອາຊຽນ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິງ​ມິນ)

(vovworld) - ​ ວັນ​ທີ 02/07, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 46 ​ແລະ ບັນດາ​ກ​​ອງປະຊຸມ​ທີ່​ກ່ຽວຂ້ອງ​ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ, ຢູ່​ບຣຸ​ໄນ. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ຂອງ​ບັນດາ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິງ​ມິນ, ​ໃຫ້​ຮູ້​ວ່າ.

        “ໝາກຜົນ​ໃຫຍ່​ທີ່​ສຸດ​ຂອງ​ກອງປະຊຸມ​ຄັ້ງ​ນີ້ ​ແມ່ນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ເມື່ອ​ປະຕິບັດ​ຄາດໝາຍ​ທັງ​ໝົດໃນ​ວິວັດ​​ແຫ່ງການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ທີ 2 ​ແມ່ນ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ກໍ່​ຄື​ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ລ້ວນ​ແຕ່​ຢືນຢັນ​ບົດບາດ​ໃຈກາງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ບັນດາໂຄງ​ປະກອບ​ຂອງ​ພາກ​ພື້ນ ນັ້ນ​ແມ່ນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ ກໍ​ຄື​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ. ທີ 3 ​ແມ່ນ​ກອງ​ປະຊຸມຢືນຢັນ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ປັບປຸງ​ຄວາມ​ສາມັກຄີ, ຖື​ອາ​ຊຽນ​ແມ່ນ ກຸ່ມ​ເອກະ​ພາບ​ໃນ​ວຽກງານ​ທັງ​ໝົດຂອງ​ອາ​ຊຽນ, ພ້ອມ​ທັງ​ເປັນ​ເອກະ​ພາບ​ນຳ​ກັນຕໍ່ທັດສະນະ​ຂອງ​ອາ​ຊຽນ ທີ່​ມີ​ຕໍ່​ບັນຫາ​ຂອງ​ພາກ​ພື້ນ ​ແລະ ການ​ພົວພັນ​ກັບ​ປະ​ເທດຕ່າງໆ. ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສັນ​ຕິ​ພາບ, ຄວາມ​ສະຫງົບປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພິ​ເສດ​ ບັນດາ​ປະ​ເທດ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ ຕ້ອງ​ສ້າງ​ປະມວນຂໍ້​ກຳນົດ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)”.

        ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​​​ແນ​ໃສ່​ຊຸກຍູ້​ການ​​ເຄື່ອນ​​ໄຫວ​ຮ່ວມ​ມື​ຕ່າງໆ​ໃນ​ຂອບ​ເຂດ​ອາ​ຊຽນ ​ແລະ ອາ​ຊຽນກັບ​ບັນດາ​ຄູ່​ເຈລະຈາ, ຂອບ​ເຂດ​ຮ່ວມ​ມື​ແມ່​ນ້ຳຂອງ. ທ່ານ​ລັດຖະມົນຕີ ຟ້າ​ມບິ່ງ​ມິນ ຊີ້​ແຈ້ງວ່າ.

        “ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ ​ໄດ້​ປະກອບສ່ວນ​ສ້າງ​ເອກະສານ​ລວມຂອງ​ອາ​ຊຽນ. ​ໃນ​ນັ້ນ​ຊີ້​ແຈ້ງ​ວຽກ​ງານ​ຕ້ອງ​ປັບປຸງ​ຄວາມ​ສາມັກຄີ, ບົດບາດ​ໃຈກາງ ກໍ່​ຄື​ຊີ້​ນຳ ນຳພາ​ອາ​ຊຽນ ​ໃນ​ບັນດາ​ໂຄງ​ປະກອບ​ຂອງ​ອາ​ຊຽນ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ເພື່ອ​ໃຫ້ບັນດາ​ປະ​ເທດ​ພາຍ​ໃນ​ກຸ່ມ​ມານະ​ພະຍາຍາມ​ກວ່າ, ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ພິເສດ​ຫວຽດນາມ ກໍ່​ໄດ້ສະ​ເໜີ​ອອກ “ຖະ​ແຫຼ​ງການອາ​ຊຽນກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ໄພ​ທຳ​ມະ​ຊາດ” ​ໃນກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 23 ​ເຊິ່ງຈະ​ຈັດ​ໃນເດືອນ 10/2013 ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ