ຫວຽດນາມ ມີຄວາມກ້າວໜ້າຫຼາຍຢ່າງກ່ຽວກັບໄລຍະຫ່າງລະຫວ່າງຍິງ-ຊາຍ

(VOVWORLD) -ໃນໄລຍະ 15 ປີຜ່ານມາ, ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ 2006 ໄດ້ປະກອບສ່ວນເພີ່ມທະວີຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບ ແລະ ການກະທຳຂອງ ລັດ ແລະ ສັງຄົມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ
ຫວຽດນາມ ມີຄວາມກ້າວໜ້າຫຼາຍຢ່າງກ່ຽວກັບໄລຍະຫ່າງລະຫວ່າງຍິງ-ຊາຍ  - ảnh 1(ທີ່ກອງປະຊຸມສຳມະນາ)

ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ຈັດກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງບົດລາຍງານສະຫຼຸບ 15 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ໃນໄລຍະ 15 ປີຜ່ານມາ, ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ 2006 ໄດ້ປະກອບສ່ວນເພີ່ມທະວີຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບ ແລະ ການກະທຳຂອງ ລັດ ແລະ ສັງຄົມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການຄຸ້ມຄອງລັດ ແລະ ໃນທຸກຂົງເຂດຂອງຊີວິດສັງຄົມ. ພາຍຫຼັງ 15 ປີ, ຫວຽດນາມ ໄດ້ຮັດແຄບໄລຍະຫ່າງລະຫວ່າງຍິງ-ຊາຍໃນຫຼາຍຂົງເຂດ, ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນວ່າແມ່ນປະເທດປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ເປັນຢ່າງດີ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນພ້ອມກັນນຳສະເໜີນະໂຍບາຍພິເສດສະເພາະ ຈະປະກອບສ່ວນຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໃນນັ້ນໃຫ້ບຸລິມະສິດກຸ່ມເປົ້າໝາຍດ້ອຍໂອກາດ; ຮັບປະກັນການຈັດແບ່ງທຶນໃຫ້ການປະຕິບັດບັນດາເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ