ຫວຽດນາມ ມອບ-ຮັບກິດຈະກໍາສາງໃຊ້ສະເພາະການເກັບຮັກສາເອກະສານ ໃຫ້ພັກປະຊາຊົນປະຕິວັດລາວ

(VOVWORLD) - ນີ້ແມ່ນກິດຈະກໍາທີ່ມີີຄວາມໝາຍທີີ່ສຸດ, ໄດ້ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ອາລົມຈິດຂອງຫ້ອງວ່າການສູນກາງພັກສອງປະເທດ, ພິເສດແມ່ນສະແດງໃຫ້ເຫັນການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຕອນເຊົ້າວັນທີີ 28 ມີນາ, ຢູ່ສໍານັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນພິທີມອບ-ຮັບ ແລະ ຕັດແຖບຜ້າເປີດສະຫຼອງກິດຈະກໍາສາງໃຊ້ສະເພາະການເກັບຮັກສາເອກະສານ ໃຫ້ແກ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ.

ຫວຽດນາມ ມອບ-ຮັບກິດຈະກໍາສາງໃຊ້ສະເພາະການເກັບຮັກສາເອກະສານ ໃຫ້ພັກປະຊາຊົນປະຕິວັດລາວ - ảnh 1 ພິທີມອບ-ຮັບ ແລະ ຕັດແຖບຜ້າເປີດສະຫຼອງກິດຈະກໍາສາງໃຊ້ສະເພາະການເກັບຮັກສາເອກະສານ ໃຫ້ແກ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ

        ນີ້ແມ່ນກິດຈະກໍາທີ່ມີີຄວາມໝາຍທີີ່ສຸດ, ໄດ້ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ອາລົມຈິດຂອງຫ້ອງວ່າການສູນກາງພັກສອງປະເທດ, ພິເສດແມ່ນສະແດງໃຫ້ເຫັນການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ເມື່ອກິດຈະກໍາດັ່ງກ່າວໄດ້ນໍ້າເຂົ້າໃຊ້ງານ ຈະແມ່ນບ່ອນເກັບຮັກສາເອກະສານສໍາເນົາແບບຖາວອນ, ພ້ອມທັງແມ່ນບ່ອນຂຸດຄົ້ນ, ນໍາໃຊ້ເອກະສານຂອງສູນກາງພັກປະຊາຊົນປະຕິວັດລາວ; ສາງເກັບຮັກສາເອກະສານດັ່ງກ່າວ ໄດ້ຕິດຕັ້ງເຄື່ອງອຸປະກອນທັນສະໄໝຢ່າງຄົບຊຸດ.  


ຕອບກັບ

ຂ່າວ/ບົດ​ອື່ນ