ຫວຽດນາມ, ມາເລເຊຍ ແບ່ງປັນບົດຮຽນພັດທະນາເຂດອຸດສາຫະກຳ, ເສດຖະກິດ

ຫວຽດນາມ, ມາເລເຊຍ ແບ່ງປັນບົດຮຽນພັດທະນາເຂດອຸດສາຫະກຳ, ເສດຖະກິດ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ວັນ​ຈູງ
ແລະ​ຜູ້ອຳນວຍການ​ຝ່າຍບໍລິຫານ Ahmad Khairuddin Abdul Rahim
(ພາບ: vietnamplus.vn)


(vovworld) – ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ວັນ​ຈູງ ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມາ​ເລ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 02 – 03/10. ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຄົ້ນຄວ້າ​ຮູບ​ແບບ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​​​ລັດ, ດຶງ​ດູດ​ການ​ລົງທຶນ​​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ ​ແລະ ຊອກ​ຫາ​ຂໍ້​ມູນຂ່າວສານ, ສຳ​ຫຼວດຕົວ​ຈິງ​ກ່ຽວ​ກັບ​ສະພາບ​ເຄື່ອນ​ໄຫວ​ຕົວ​ຈິງ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ຢູ່​ຂັ້ນ​ສູນ​ການ ​ແລະ ທ້ອງ​ຖິ່ນ​ປະ​ເທດ​ມາ​ເລ​ເຊຍ.

        ວັນ​ທີ 02/10, ທີ່​ການ​ເຮັດ​ວຽກກັບ​ຄະນະ​ຜູ້​ແທນ​ອົງການ​ພັດທະນາການ​ລົງທຶນ​ມາ​ເລ​ເຊຍ (MIDA) ​ໂດຍ​ຜູ້ອຳນວຍການ​ຝ່າຍບໍລິຫານ Ahmad Khairuddin Abdul Rahim ນຳ​ໜ້າ, 2 ຝ່າຍ​ໄດ້​ແນະນຳ​ຮູບ​ແບບ ​ແລະ ການ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ຂອງ 2 ປະ​ເທດ, ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື, ການວາງ​ແຜນກຳນົດ, ການພັດທະນາ ​ແລ​ະ ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ.

        ຝ່າຍ​ມາ​ເລ​ເຊຍ ​ໄດ້​ແບ່ງ​ປັນ​ບົດຮຽນ​ກ່ຽວ​ກັບ​ແບບ​ວິທີ​ລົງທຶນ​ກໍ່ສ້າງ, ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ເຂົ້າ​ມາ​ລົງທຶນ​ຢູ່ເຂດ​ອຸດສາຫະກຳ, ພິ​ເສດ​ແມ່ນ​ບັນດາ​ເຂດ​ອຸດສາຫະກຳ​​ເຕັກ​ໂນ​ໂລ​ຊີ​ສູງ, ຂະ​ແໜງຜະລິດ​ບໍ່​ກໍ່​ມົນ​ລະ​ພິດ ​ແລະ ດຶງ​ດູດ​ກຳລັງ​ແຮງ​ງານ​ທີ່ມີທັກສະ ​ແລະ ສີມືການ​ຊ່າງ​ສູງ.

ຂ່າວ/ບົດ​ອື່ນ