(vovworld) – ຫວຽດນາມ ມີແຜນນະໂຍບາຍແກ້ໄຂບັນດາການພິພາດກັນທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ໃນນັ້ນມີການພິພາດອະທິປະໄຕທີ່ມີຕໍ່ໝູ່ເກາະ 2 ແຫ່ງຄືຮ່ວາງຊາ ແລະ ເຈື່ອງຊາ, ດ້ວຍບັນດາມາດຕະການສັນຕິພາບບົນພື້ນຖານກົດໝາຍສາກົນ. ຫວຽດນາມ ກໍ່ຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງທຸກໆປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນເສລີພາບ ແລະ ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ຫງວຽນທິມິນງວຽດ, ຮອງຫົວໜ້າກົມກົດໝາຍ ແລະ ສົນທິສັນຍາສາກົນ ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ, ທີ່ກອງປະຊຸມສຳມະນາສາກົນ ກ່ຽວກັບຊາຍແດນ ໂດຍຫ້ອງການອຸທົກກະສາດ ອັງກິດ (ຫຼື UKHO), ມະຫາວິທະຍາໄລ King’s College ແລະ ບໍລິສັດທີ່ປຶກສາກົດໝາຍສາກົນ Volterra Fietta ສົມທົບກັນຈັດຕັ້ງເມື່ອວັນທີ 19/4, ຢູ່ລອນດອນ, ປະເທດ ອັງກິດ. ທ່ານນາງ ຫງວຽນທິມິນງວຽດ ໃຫ້ຮູ້ວ່າ: ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ອາຊຽນ ສ້າງເອກະສານສຳຄັນຫຼາຍສະບັບຄື: ຖະແຫລງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (ຫຼື DOC) ປີ 2002, ຖະແຫລງການ 6 ຂໍ້ເມື່ອວັນທີ 20/7/2012 ຂອງ ອາຊຽນ ກ່ຽວກັບ ທະເລຕາເວັນອອກ. ຫວຽດນາມ ກໍ່ຕັ້ງໜ້າຊຸກຍູ້ສ້າງປະມວນລະບຽບການກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (ຫຼື COC) ໂດຍໄວ. ຫວຽດນາມ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານຮັກສາສະພາບດັ້ງເດີມ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ມີການກະທຳໃຊ້ຄວາມຮຸນແຮງ ຫຼື ນາບຂູ່ໃຊ້ຄວາມຮຸນແຮງ. ຜູ້ຕາງໜ້າ ຫວຽດນາມ ກໍ່ໃຫ້ຮູ້ວ່າ: ສຳລັບບັນຫາອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ມີພະຍານຫລັກຖານດ້ານກົດໝາຍ ແລະ ປະຫວັດສາດຢ່າງພຽງພໍເພື່ອພິສຸດເລື່ອງປະຕິບັດສິດອະທິປະໄຕຂອງຕົນຢ່າງຕໍ່ເນື່ອງ ແລະ ສັນຕິພາບ. ສຳລັບບັນດາເຂດທະເລ ທີ່ປະກາດອະທິປະໄຕຊ້ອນກັນ, ຫວຽດນາມ ມີແຜນນະໂຍບາຍເຈລະຈາເພື່ອຊອກຫາມາດຕະການແກ້ໄຂແບບຍຸດຕິທຳ ແລະ ເໝາະສົມ ໃຫ້ແກ່ບັນດາຝ່າຍທີ່ກ່ຽວຂ້ອງບົນພື້ນຖານນຳໃຊ້ກົດໝາຍສາກົນ.