ຫວຽດນາມ ຢືນຢັນການສະໜັບສະໜູນໂກລົມເບຍກ່ຽວກັບການຕິດຕາມກວດກາການປະຕິບັດຂໍ້ຕົກລົງສັນຕິພາບ

(VOVWORLD) -ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມໂດຍກົງປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານສະຫະປະຊາຊາດຕິດຕາມກວດກາການປະຕິບັດຂໍ້ຕົກລົງສັນຕິພາບຢູ່ໂກລົມເບຍ.

ຫວຽດນາມ ຢືນຢັນການສະໜັບສະໜູນໂກລົມເບຍກ່ຽວກັບການຕິດຕາມກວດກາການປະຕິບັດຂໍ້ຕົກລົງສັນຕິພາບ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ

(ພາບ: TTXVN)

ວັນທີ 14 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມໂດຍກົງປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານສະຫະປະຊາຊາດຕິດຕາມກວດກາການປະຕິບັດຂໍ້ຕົກລົງສັນຕິພາບຢູ່ໂກລົມເບຍ. ທີ່ກອງປະຊຸມ, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ສະໜັບສະໜູນບັນດາມາດຕະການສະກັດກັ້ນໂລກລະບາດໂຄວິດ-19 ກໍຄືປະຕິບັດຂໍ້ຕົກລົງສັນຕິພາບຢູ່ ໂກລົມເບຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະໜັບສະໜູນຄວາມມານະພະຍາຍາມຂອງລັດຖະບານ ແລະ ສະພາແຫ່ງຊາດໂກລົມເບຍ ໃນການປຶກສາຫາລືບັນດາຮ່າງກົດໝາຍ ແລະ ການປະຕິຮູບລັດຖະທຳມະນູນ; ທ່ານໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງສືບຕໍ່ປະຕິບັດຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການຢຸດຍິງທົ່ວໂລກ ແລະ ຜັນຂະຫຍາຍບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງສາມັນຊົນຢູ່ບັນດາເຂດຖືກຜົນສະທ້ອນຈາກການປະທະກັນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ສະພາເຊື່ອມຕົວຂຶ້ນໃໝ່ແຫ່ງຊາດ ພ້ອມກັບສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງພາກພື້ນ, ສາກົນ ຕັ້ງໜ້າໜູນຊ່ວຍກົນໄກການເງິນ ແລະ ສະເໜີບັນດາຂໍ້ລິເລີ່ມໃຫ້ເໝາະສົມ ເພື່ອຊ່ວຍໃຫ້ນັກຮົບເກົ່າກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ