ຫວຽດນາມ ຢືນອັນດັບທີ 17 ຢູ່ ASIAD 17 ໂດຍຊົ່ວຄາວ

ຫວຽດນາມ ຢືນອັນດັບທີ 17 ຢູ່ ASIAD 17 ໂດຍຊົ່ວຄາວ - ảnh 1
(ASIAD 17)

(vovworld) – ​​ໃນວັນ​ແຂ່ງ​ຂັນທີ 9 ຂອງງານ​ມະຫາ​ກຳ​ກິລາ​ອາຊີ​ຄັ້ງ​ທີ 17 (ASIAD 17) ວັນ​ທີ 28/09, ຄະນະ​ນັກ​ກິລາ​ຫວຽດນາມ ຍາດ​ໄດ້ 28 ຫຼຽນ, ​ໃນ​ນັ້ນ​ມີ​ 1 ຫຼຽນຄຳ, ຢືນ​ອັນ​ດັບ​ທີ 17 ຢູ່ ASIAD 17 ​​ທົ່ວຄະນະໂດຍ​ຊົ່ວຄາວ. ​ໃນ​ວັນ​ແຂ່ງຂັນ​ທີ 10 ຂອງ ASIAD 17, ວັນ​ທີ 29/09, ທິມບານ​ເຕະ​ຍິງ​ຫວຽດນາມ ​ແຂ່ງຂັນຮອບ​ຮອງຊະນະ​ເລີດ​ກັບ​ທິມບານ​ເຕະຍິງ​ຍີ່ປຸ່ນ. ໃນ​ການແຂ່ງຂັນລົບ​ຖີບ​​ຊິງ​ຊະນະ​ເລີດ, ​ນາງ ຫວຽນ​ທິ​ເທີ​ດ, ​ໄດ້​ຮັບ​ຫຼຽນ​ເງິນ ​ເຢືອງວັນ​ທ໋າຍ ​ແຂ່ງຂັນ​ແລ່ນ​ແລະ​ລານ​ຮອບ​ຊິງ​ຊະນະ​ເລີດ​ສຳລັບ​ຜູ້​ຊາຍ​ໃນ​ໄລຍະ​ທາງ 1500 ມ, ບຸຍທິຖູທາວ ​ແຂ່ງຂັນ​ເຕັ້ນ​ໄກຊິງ​ຊະນະ​ເລີດ​ສຳລັບ​ຜູ້ຍິງ.. ​ເປັນ​ອັນວ່າ​ຮອດ​ຕອນ​ບ່າຍ​ວັນ​ທີ 29/9, ຄະນະ​ນັກ​ກິລາ​ຫວຽດນາມ​ໄດ້​ຮັບ​ຫຼຽນ​ທັງ​ໝົດ 28 ຫຼຽນ.

ຂ່າວ/ບົດ​ອື່ນ