ຫວຽດນາມ ຢືນອັນດັບທີ 4 ຂອງ Para Games 7
ຄະນະນັກກິລາຄົນພິການຫວຽດນາມ ຍາດໄດ້ຫຼຽນຄຳ 48 ຫຼຽນ
(ພາບ: TTXVN)
(vovworld) - ທີ່ພິທີອັດງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 7 (Para Games 7) ດຳເນີນໃນຕອນຄໍ່າວັນທີ 20/01 ຢູ່ສະໜາມກິລາ Wunna Theikdi ນະຄອນຫຼວງ Nay Pyi Taw, ປະເທດມຽນມາ. Asean Para Games 7 ອັດລົງດ້ວຍບັນດາເນື້ອໃນແຂ່ງຂັນໃນວັນທີ 19/01. ພາຍຫຼັງການແຂ່ງຂັນເປັນເວລາ 5 ວັນ, ຄະນະນັກກິລາຄົນພິການຫວຽດນາມ ຍາດໄດ້ຫຼຽນຄຳ 48 ຫຼຽນ, ລື່ນກາຍຄາດໝາຍທີ່ໄດ້ວາງອອກແມ່ນຍາດໄດ້ຫຼຽນຄຳແຕ່ 40 – 45 ຫຼຽນ ແລະ ຢືນອັນດັບທີ 4 ໃນບັນຊີລາຍຊື່ຈັດອັນດັບຂອງທົ່ວຄະນະ. 3 ຄະນະກິລານຳໜ້າແມ່ນ ຄະນະກິລາອີນໂດເນເຊຍ (ຍາດໄດ້ຫຼຽນຄຳ 99 ຫຼຽນ), ໄທ (ຍາດໄດ້ຫຼຽນຄຳ 96 ຫຼຽນ) ແລະ ມຽນມາ (ຍາດໄດ້ຫຼຽນຄຳ 50 ຫຼຽນ).