ຫວຽດນາມ ຢາກຍູ້ໄວເລື່ອງກໍ່ສ້າງພື້ນຖານເສດຖະກິດດີຈີຕອນ

(VOVWORLD) - ວັນທີ 13 ກັນຍາ, ໃນຂອບເຂດເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ
ຫວຽດນາມ ຢາກຍູ້ໄວເລື່ອງກໍ່ສ້າງພື້ນຖານເສດຖະກິດດີຈີຕອນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ພາບ: VGP

ໄດ້ມີການພົບປະເຈລະຈາກັບການນຳຂອງກຸ່ມບໍລິສັດການເງິນ, ເຕັກໂນໂລຢີທົ່ວໂລກ 40 ແຫ່ງ ແລະ ວິສາຫະກິດພາຍໃນປະເທດ 5 ແຫ່ງ, ດ້ວຍຈຸດປະສົງຊອກຫາມາດຕະການເພື່ອໃຫ້ ຫວຽດນາມ ສ້າງລະບົບ Startup ໃນພື້ນຖານເສດຖະກິດດີຈີຕອນ, ນຳ ຫວຽດນາມ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕີລາຄາສູງຄວາມພ້ອມໃນການຮ່ວມມື, ບັນດາຂໍ້ລິເລີ່ມອັນດີງາມຂອງບັນດາກຸ່ມບໍລິສັດສຳລັບ ຫວຽດນາມ ໃນການພັດທະນາເສດຖະກິດດີຈີຕອນ. ທ່ານຮອງນາຍົກລັດຖະມົນຕີກໍ່ຊີ້ແຈ້ງທັດສະນະຂອງລັດຖະບານ ຫວຽດນາມ ກ່ຽວກັບການປະຕິວັດເຕັກໂນໂລຊີໃນປັດຈຸບັນ ໄດ້ນຳມາເຊິ່ງກາລະໂອກາດຫລາຍກ່ວາສິ່ງທ້າທາຍ ເປັນຕົ້ນແມ່ນສຳລັບບັນດາປະເທດເດີນຕາມຫລັງຄື ຫວຽດນາມ ບົນພື້ນຖານເຕັກໂນໂລຊີດີຈີຕອນ. ດັ່ງນັ້ນ, ລັດຖະບານ ຫວຽດນາມ ປາດຖະໜາຢາກຮ່ວມມືກັບຄູ່ຮ່ວມມື, ບັນດາປະເທດນອກຈາກການປະກອບຄຳເຫັນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນເວົ້າລວມນັ້ນ ກໍ່ຍັງແບ່ງປັນເລື່ອງສ້າງລະບົບໃຫ້ແກ່ພື້ນຖານເສດຖະກິດດີຈີຕອນກ່ຽວກັບຊັບພະຍາກອນມະນຸດ ແລະ ລະບອບລະບຽບການໃຫ້ສົມບູນແບບໂດຍໄວຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ