ຫວຽດນາມ - ລາວ ຈັດກອງປະຊຸມ ສຳມະນາບົດຮຽນ ໃນວຽກງານຫ້ອງວ່າການລັດຖະບານ

ຫວຽດນາມ - ລາວ ຈັດກອງປະຊຸມ ສຳມະນາບົດຮຽນ ໃນວຽກງານຫ້ອງວ່າການລັດຖະບານ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບົດຮຽນ​​ໃນວຽກ​ງານ​ຫ້ອງ​ວ່າການ​ລັດຖະບານ
(ພາບ: vietnamplus.vn)


(vovworld) - ວັນ​ທີ 09 ກັນຍາ, ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ​ແລະ ຫ້ອງ​ວ່າການ​ລັດຖະບານ​ລາວ​ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບົດຮຽນ​​ໃນວຽກ​ງານ​ຫ້ອງ​ວ່າການ​ລັດຖະບານ. ກອງ​ປະຊຸມຈະດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 9 – 10 ກັນຍາ, ​ເຊິ່ງລວມມີ 5 ຫົວ​ຂໍ້: ບົດຮຽນ​ກະກຽມ​ບັນດາ​ວາລະ​ປະຊຸມ​ລັດຖະບານ; ຕິດຕາມ, ຊຸກຍູ້​ການ​ປະຕິບັດຕາມ​ຄຳ​ສັ່ງ​ຊີ້​ນຳບໍລິຫານ​ຂອງ​ລັດຖະບານ, ການ​ນຳ​ລັດຖະບານ; ບົດຮຽນ​ໃນວຽກ​ງານ​ເອກະສານ​ຂາ​ເຂົ້າຂາ​ອອກ, ວຽການ​ກະກຽມ​ເພື່ອ​ໃຫ້​ການ​ນຳ​ລັດຖະບານ​ເຮັດວຽກ​ກັບ​ທ້ອງ​ຖິ່ນ ​ແລະ ວຽກ​ງານ​ແກ້​ໄຂ​ຮ້ອງທຸກ, ​ຮ້ອງຟ້ອງ. ​ໃນ​ວາລະ​ໄຂກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຫວຽດນາມ ​ແລະ ລາວ ​ໄດ້​ແລກປ່ຽນ ​ແລະ ​ແບ່​ງປັນບົດຮຽນຕ່າງໆ ​ກໍ່​ຄື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ. ບັນດາຜູ້​ແທນ​​ໜັ້ນ​ໜັກ​ວ່າ, ຕ້ອງ​​ເພີ່ມ​ເຕີມ ​ແລະ ລົງທຶນ​​ເພື່ອແນ​ໃສ່​ປະຕິບັດ​ວຽກ​ງານ​ເສນາ​ທິການ​ ​ແລະ ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວຕ່າງໆ​ຂອງລັດຖະບານ ກໍ່ຄື​ການ​ນຳ​ລັດຖະບານ​ໃນ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ປະ​ເທດ​ຊາດ ​ເປັນ​ຢ່າງ​ດີ.
ຂ່າວ/ບົດ​ອື່ນ