(ພາບປະກອບ)
(vovworld) - ໃນໜັງສືພິມຕ່າງໆຂອງລາວ ສະບັບອອກວັນທີ 02 – 03/07, ໄດ້ລົງພິມບົດຂຽນຊີ້ແຈ້ງຄວາມໝາຍທີ່ໃຫຍ່ຫຼວງຂອງເຫດການ 2 ປະເທດຈະຈັດຕັ້ງພິທີຊົມເຊີຍຜົນສຳເລັດໃນວຽກງານປັກຫຼັກໝາຍຊາຍແດນທາງບົກ ແລະ ປັກຫຼັກໝາຍເລກທີ 460 ຢູ່ດານຊາຍແດນ ແທງຖຸຍ (ແຂວງເງາະອານ, ຫວຽດນາມ) ແລະ ນ້ຳອອນ (ແຂວງບໍລິຄຳໄຊ, ລາວ) ສຳເລັດ. ບັນດາບົດຂຽນລ້ວນແຕ່ເນັ້ນໜັກວ່າ ຜົນສຳເລັດຂອງວຽກງານຂີດເສັ້ນຊາຍແດຮປັກຫຼັກໝາຍຊາຍແດນ ແມ່ນເຫດການສຳຄັນຍິ່ງໃນຊີວິດທາງດ້ານການເມືອງ - ສັງຄົມ ລະຫວ່າງ 2 ປະເທດ ໃນສະພາບທີ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຢ່າງແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ. ການພົວພັນດ້ານການເມືອງທີ່ໝັ້ນຄົງເຂັ້ມແຂງລະຫວ່າງລາວ - ຫວຽດນາມ ແມ່ນພື້ນຖານໃຫ້ແກ່ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ. ບັນດາບົດຂຽນກໍຊີ້ແຈ້ງຄວາມສະດວກ, ຫຍຸ້ງຍາກ ແລະ ຄວາມຕັດສິນໃຈຂອງບັນດາກຸ່ມເຮັດວຽກລວມໃນວິວັດການສຳຫຼວດ, ກຳນົດສະຖານທີ່ປັກຫຼັກໝາຍຊານແດນ. ບັນດາຄວາມຫຍຸ້ງຍາກນີ້ ໄດ້ພິສູດໃຫ້ເຫັນວ່າ ການປັກຫຼັກໝາຍຊາຍແດນເລກທີ 460 ສຳເລັດ ແລະ ພິທີຊົມເຊີຍຜົນສຳເລັດໃນວຽກງານປັກຫຼັກໝາຍຊາຍແດນ ຈະເປີດອະນາຄົດທີ່ສົດໃສໃນການພົວພັນລະຫວ່າງຫວຽດນາມ - ລາວ ແລະ ໄດ້ນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງໃຫ້ 2 ປະເທດ. ພິທີຊົມເຊີຍຜົນສະເລັດໃນວຽກງານປັກຫຼັກໝາຍຊາຍແດນທາງປົກ ແລະ ປັກຫຼັກໝາຍເລກທີ 460 ສຳເລັດແມ່ນເຫດການໃຫຍ່ໃນການພົວພັນລະຫວ່າງ 2 ປະເທດ ແລະ ຈະມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ.