ຫວຽດ​ນາມ - ລາວ ​ພົບ​ປະ​ເຈ​ລະ​ຈາທາງ​ໄກ​ກ່ຽວ​ກັບ​ວຽກ​ງານກວດ​ກາ​ພັກ

(VOVWORLD) -        ຕອນເຊົ້າວັນທີ 8 ທັນວາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ເຈິ່ນເກິມຕູ໊ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ  ໄດ້ພົບປະເຈລະຈາທາງໄກກັບທ່ານ ຄຳພັນ ພົມມະທັດ - ກຳມະການກົມການເມືອງ, ເລຂາສູນກາງພັກ,  ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງພັກປະຊາຊົນປະຕິວັດ ລາວ.
ຫວຽດ​ນາມ - ລາວ ​ພົບ​ປະ​ເຈ​ລະ​ຈາທາງ​ໄກ​ກ່ຽວ​ກັບ​ວຽກ​ງານກວດ​ກາ​ພັກ - ảnh 1ການພົບປະເຈລະຈາທາງໄກລະຫວ່າງສອງຝ່າຍ(ພາບ: VOV)

  ສອງຝ່າຍພ້ອມກັນຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ. ສອງຝ່າຍກໍແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນການປະຕິບັດວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ - ສັງຄົມ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຕ່ລະປະເທດ, ພ້ອມທັງໃນໄລຍະຈະມາເຖິງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດໃຫ້ມີປະສິດທິຜົນກວ່າອີກ ແນໃສ່ສືບຕໍ່ນຳສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ນັບມື້ນັບພັດທະນາ, ມີສະຖຽນລະພາບ ແລະ ຍືນຍົງ.

        ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2022 – 2026 ລະຫວ່າງຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ