ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1
ທ່ານ ​ເຈີ່ນ​ວັນ​ຕ໋ວນ ຫົວໜ້າກົງ​ສູນ​ໃຫຍ່​ຫວຽດນາມ
ເຂົ້າຍື່ນ​ສານ​ຕາ​ຕັ້ງ
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 21/02, ທີ່​ກະຊວງ​ການ​ຕ່າງປະ​ເທດ​ລາວ, ທ່ານ ​ເຈີ່ນ​ວັນ​ຕ໋ວນ ຫົວໜ້າກົງ​ສູນ​ໃຫຍ່​ຫວຽດນາມ ຜູ້ຫາ​ກໍ​ໄດ້​ຮັບ​ການ​ແຕງ​ຕັ້ງ​ປະຈຳ​ຫຼວງ​ພະ​ບາງ, ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຕໍ່​ທ່ານ​ນາງ​ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງພັກປະຊາຊົນ​ປະຕິວັດ​ລາວ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ. ທີ່​ການ​ຕ້ອນຮັບ, ທ່ານ ເຈີ່ນ​ວັນ​ຕ໋ວນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອພ້ອມ​ກັບສະຖານກົງ​ສູນ​ໃຫຍ່ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ ​ແລະ ລັດ ​ໄດ້ມອບ​ໝາຍ​ໃຫ້, ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ສ່ວນ​ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ຢືນຢັນ​ວ່າ ກະຊວງ​ການ​ຕ່າງປະ​ເທດ​ລາວ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ສົມທົບ​ກັບ​ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ ຫຼວງພະ​ບາງ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດສຳ​ເລັດ​ໜ້າ​ທີ ທີ່​ໄດ້​ຮັບມອບ​ໝາຍ.

ຂ່າວ/ບົດ​ອື່ນ