ຫວຽດນາມ - ລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ

(VOVWORLD) -   ຕອນບ່່າຍວັນທີີ 5 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາຫວຽດນາມ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.
ຫວຽດນາມ - ລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ - ảnh 1ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາຫວຽດນາມ (ພາບ: www.qdnd.vn)

        ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວັນລິກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່່າງສອງປະເທດພັດທະນາຢ່າງໝັ້ນຄົງເຂັ້ມແຂງ; ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບຖືວ່າ ແມ່ນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ ທ່ານພົນເອກ ໂງຊວັນລິກ ສະເໜີໃຫ້ ກະຊວງປ້ອງກັນປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງຂອງແຕ່ລະປະເທດ ແລະ ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

        ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ຕີລາຄາສູງຕໍ່ການພັດທະນາຂອງຫວຽດນາມ ແລະ ເນັ້ນໜັກເຖິງ ບົດບາດຂອງຫວຽດນາມໃນເວທີສາກົນ, ພາກພື້ນ; ຢັ້ງຢືນບັນດາຜົນສໍາເລັດທີ່ບັນລຸໄດ້ໃນໄລຍະຜ່ານມາ, ຫວຽດນາມໄດ້ຊ່ວຍເຫຼືອ ແລະ  ແມ່ນແຫຼ່ງກໍາລັງໜູນ ແລະ  ການຊ່ວຍເຫຼືອສໍາຄັນໃນການພັດທະນາຂອງລາວ. ໃນຖານະຕໍາແໜ່ງໃໝ່ຂອງຕົນ ທ່ານໝັ້ນໝາຍວ່າ ຈະສືບຕໍ່ປະກອບສ່ວນ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີີແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ