ຫວຽດນາມ ສູ້ຊົນຮັບປະກັນບັນດາສິດທິມະນຸດນັບມື້ນັບດີກ່ວາ

ຫວຽດນາມ ສູ້ຊົນຮັບປະກັນບັນດາສິດທິມະນຸດນັບມື້ນັບດີກ່ວາ - ảnh 1
ຫວຽດນາມ ສູ້ຊົນຮັບປະກັນບັນດາສິດທິມະນຸດນັບມື້ນັບດີກ່ວາ
(ພາບປະກອບ)

(vovworld) - ​ໃນ​ຂອບ​ເຂດ​​ໂຄງການ “​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ປະຕິບັດ​ບັນດາ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ” ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ​ໂຄງການ​ພັດທະ​ນາ​ສະຫະ​ປະຊາ​ຊາດ (ຫຼື UNDP), ການ​ສຳ​ມະ​ນາ “ກົນ​ໄກ​ສິດທິ​ມະນຸດ​ແຫ່ງ​ຊາດ ​ແລະ ພາກ​ພື້ນ, ​ເຊື່ອມ​ຕໍ່​ບັນດາ​ອົງການ​​ເຮັດ​ວຽກ​ ​ແລະ ຄົ້ນ​ຄ້ວາ ກ່ຽວ​ກັບ​ສິດທິ​ມະນຸດ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 16/4 ຢູ່​ນະຄອນ​ດ່າ​ໜັງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Ha Kim Ngoc, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຢືນຢັນ​ວ່າ: ສິດທິ​ມະນຸດ​ແມ່ນ​ຄວາມ​ມຸ້ງ​ຫວັງ​ລວມ ​ແລະ ໝາ​ກຜົນ​ແຫ່ງ​ການ​ຕໍ່ສູ້​ຂອງ​ມະນຸດ ຜ່ານ​ໄລຍະ​ພັດທະນາ​​ຕ່າງໆ. ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ແມ່ນ​ສຸ້ຊົນ​ຮັບປະກັນ​ບັນດາ​ສິດທິ​ມະນຸດ​ໃຫ້​ແກ່​ປະຊາຊົນ​ທຸກ​ຄົນ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ. ​ໃນ 2 ວັນ​ດຳ​ເນີນ​ການ​ເຮັດ​ວຽກ (ວັນ​ທີ 16 ​ແລະ 17/4), ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ແລກປ່ຽນກ່ຽວ​ກັບ​ບັນດາ​ກົນ​ໄກ​ສິດທິ​ມະນຸດ​ແຫ່ງ​ຊາດ​ ​ແລະ ພາກ​ພື້ນຢູ່​ໃນ​ໂລກ, ລວມມີ​ກົນ​ໄກ​ສິດທິ​ມະນຸດ​ຢູ່​ເອີ​ລົບ, ທະວີບອາ​ເມ​ລິ​ກາ, ອາຟຣີກາ ​ແລະ ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (ຫຼື AICHR), ​ແບ່ງປັນ​ການ​ຄົ້ນ​ຄ້ວາ ກ່ຽວ​ກັບ​ອົງການ​ສິດທິ​ມະນຸດ​ແຫ່ງ​ຊາດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຊື່ອ​ມຕໍ່​ລະຫວ່າງ​ບັນດາ​ອົງການ​ເຮັດ​ວຽກ ​ແລະ ຄົ້ນ​ຄ້ວາ​ກ່ຽວ​ກັບ​ສິດທິ​ມະນຸດ.

ຂ່າວ/ບົດ​ອື່ນ