ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ໃຫ້ການຕ້ອນຮັບທ່ານ James Webb
(vovworld) – ຕອນບ່າຍວັນທີ 03/02 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ James Webb ອະດີດສະມາຊິກສະພາສູງ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ໄດ້ມີບາດກ້າວຕັ້ງໜ້າ, ແທດຈິງທັງ 2 ຝ່າຍ, ພາກພື້ນ ແລະ ສາກົນ, ຕອບສະໜອງຜົນປະໂຫຍດຂອງ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ. ຫວຽດນາມ ສືບຕໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນກັບ ອາເມລິກາ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.
ສ່ວນທ່ານ James Webb ໄດ້ອວຍພອນບັນດາຜົນງານ ເຊິ່ງລັດຖະບານ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ຊົມເຊີຍການໂອ້ລົມທາງໂທລະສັບລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ອາເມລະກາ Donald Trump, ທ່ານ James Webb ອະດີດສະມາຊິກສະພາສູງ ອາເມລິກາ ຕີລາຄາວ່າ ນີ້ແມ່ນສັນຍານທີ່ດີໃຫ້ການພົວພັນ 2 ປະເທດ ຫວຽດນາມ - ອາເມລິກາ. ທ່ານ James Webb ໃຫ້ຮູ້ວ່າ ເຖິງວ່າເຮັດວຽກໃນຂົງເຂດໃດກໍ່ຕາມ ທ່ານກໍ່ມານະພະຍາຍາມປະກອບກຳລັງຄວາມສາມາດຂອງຕົນໃຫ້ການພົວພັນອັນດີງາມລະຫວ່າງ ຫວຽດນາມ - ອາເມລິກາ.