ຫວຽດນາມ ສືບຕໍ່ນຳໜ້າ ກ່ຽວກັບຈຳນວນແຂກ ທ່ອງທ່ຽວໄປ ກຳປູເຈຍ

ຫວຽດນາມ ສືບຕໍ່ນຳໜ້າ ກ່ຽວກັບຈຳນວນແຂກ ທ່ອງທ່ຽວໄປ ກຳປູເຈຍ - ảnh 1
(ພາບປະກອບ)

(vovwrold) - ວັນ​ທີ 8/5, ທ່ານ​ລັດ​ຖະ​ມົນ​ຕີ​ກະຊວງ​ທ່ອງ​ທ່ຽວ ກຳ​ປູ​ເຈຍ Thong Khon ໃຫ້​ຮູ້​ວ່າ ໃນ 3 ເດືອນ​ຕົ້ນ​ປີ 2014, ຫວຽນາມ​ສືບ​ຕໍ່​ນຳ​ໜ້າ​ກ່ຽວ​ກັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ໄປ ກຳ​ປູ​ເຈຍ ດ້ວຍ​ເກືອບ 190.000 ເທື່ອຄົນ, ເພີ່ມ 4,2% ເມື່ອທຽບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ຫວຽດ​ນາມ - ກຳ​ປູ​ເຈຍ ຊຶ່ງໄດ້​ຈັດ​ຕັ້ງ​ຢູ່ ພະ​ນົມ​ເປັນ, ທ່ານລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ກຳ​ປູ​ເຈຍ Thong Khon ໃຫ້​ຮູ້​ວ່າ ໃນ​ປີ 2013, ຫວຽດ​ນາມ​ແມ່ນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ຈຳ​ນວນ​ແຂກ​ທ່ອງທ່ຽວ​ໄປ ກຳ​ປູ​ເຈຍ ດ້ວຍກວ່າ 850.000 ​ເທື່ອຄົນ. ໃນປີ 2013, ໄດ້​ມີແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 4,2 ລ້ານ​ເທື່ອຄົນ​​ໄດ້ໄປ​ຢ້ຽມ​ຢາມ “ປະ​ເທດ​ແຫ່ງວັດ​ວາ​ອາ​ຮາມ” ແຫ່ງນີ້, ນຳ​ມາລາຍ​ຮັບ 2,5 ຕື້ USD, ສ້າງວຽກ​ເຮັດ​ງານ​ທຳ​ໂດຍ​ກົງ ​ໃຫ້​ປະ​ຊາ​ຊົນ ກຳ​ປູ​ເຈຍ ປະ​ມານ 400.000 ຄົນ.

ຂ່າວ/ບົດ​ອື່ນ