ຫວຽດນາມ ສະຫນັບສະຫນູນ ວິວັດການເຄື່ອນໄຫວຂອງ UNESCO

ຫວຽດນາມ ສະຫນັບສະຫນູນ     ວິວັດການເຄື່ອນໄຫວຂອງ UNESCO - ảnh 1
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
ພາບ: vietnamplus.vn


(vovworld) - ສະ​ໄໝ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່​ບໍລິຫານ 189 ຂອງ UNESCO ​ໄດ້​ດຳເນີນ​ໄປ​ແຕ່​ວັນ​ທີ 27/2 ຮອດ​ວັນ​ທີ 10/3 ຢູ່ ປາຣີ ປະ​ເທດ​ຝລັ່ງ.​ ນະ​ທີ່​ນີ້ ຜູ້ອຳນວຍການ​ໃຫຍ່ UNESCO, ທ່ານ​ນາງ Irina Bokova ​ໄດ້​ຍື່ນ​ສະ​ເຫ​ນີຕໍ່​ສະມັດ​ຊາ​ໃຫຍ່​ບໍລິຫານ​ກ່ຽວ​ກັບ​ແຜນການ ​“ວິວັດ​ການ​ໃຫ້​ແກ່​ອະນາຄົດ”ຊຶ່ງ​ລວມມີ​ບັນດາ​ມາດ​ຕະການ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ການ​ຫຍຸ້ງຍາກ​ດ້ານ​ການ​ເງິນ​ຂອງ​ອົງການ​ນີ້, ຕາມ​ນັ້ນ​ແລ້ວ ​ແມ່ນ​ສືບ​ຕໍ່​ຮັກສາ​ອິດ​ທິພົນ​ຊື່​ສຽງ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ​ການ​ນຳ UNESCO, ປະ​ຢັດ​ລາຍ​ຈ່າຍ​ບົນ​ພື້ນຖານ​ຫລຸດຜ່ອນ​ພະນັກງານ​ບັນຈຸ​ໃນ​ກົງຈັກ, ກຳນົດ​ຄືນ​ທິດ​ບຸລິ​ມະ​ສິດ​ໃນ​ບັນດາ​ລາຍການ​ເຄື່ອນ​ໄຫວ​ຂອງ UNESCO. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ ພາຍຫລັງ​ເຂົ້າ​ຮ່ວມ​ສະ​ໄໝ​ປະຊຸມ, ທ່ານ ​ເຢືອງວັນ​ກວ໋າງ ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້​ແທນ​ຂອງ​ຫວຽດນາມ ປະຈຳ UNESCO ​ໃຫ້​ຮູ້​ວ່າ: ຫວຽດນາມ ສະຫນັບສະຫນູນ​ວິວັດ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ. UNESCO ພວມ​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກ​ທາງ​ດ້ານ​ການ​ເງິນ ຍ້ອນ​ວ່າ ອາ​ເມ​ລິ​ກາ ​ແມ່ນ​ປະ​ເທດ​ປະກອບ​ 20 -22% ​ງົບປະມານ​ຂອງ UNESCO ຕົກລົງຈະ​ຢຸດຕິ​ການ​ປະກອບ ພາຍຫລັງ UNESCO ຮັບຮອ​ງ​ເອົາ​ມະຕິ​ຮັບ Palextin ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ນີ້​ຢ່າງ​ເປັນ​ທາງ​ການ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ