( vovworld ) – ວັນທີ 3/4, ຢູ່ສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ( ທີ່ຮ່າໂນ້ຍ ) ໄດ້ໄຂກອງປະຊຸມໂຕະມົນດ້ວຍຫົວຂໍ້ວ່າ “ ຫວຽດນາມ - ສະຫະພັນລັດເຊຍ, ພັດທະນາເສດຖະກິດ ແລະ ຮ່ວມມືປ່ຽນໃໝ່ເຕັກໂນໂລຊີ ” ໃນຂອບເຂດການຢ້ຽມຢາມຫວຽດນາມ ຂອງຄະນະຜູ້ແທນສະພາ Duma ແຫ່ງຊາດ - ສະພາແຫ່ງຊາດລັດເຊຍແຕ່ວັນທີ 2 – 6/4. ຢູ່ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພັດທະນາການພົວພັນລະຫວ່າງຫວຽດນາມ - ລັດເຊຍ ໃນຂົງເຂດວິທະຍາສາດ - ເຕັກນິກ, ພ້ອມກັນນັ້ນໄດ້ປຶກສາຫາລືບັນດາບັນຫາພັດທະນາການຮ່ວມມືລະຫວ່າງລັດຖະບານຂອງສອງປະເທດ. ທ່ານ Chereshnev Valeriy Alexandrovich, ຫົວໜ້າກຳມາທິການວິທະຍາສາດ - ເຕັກໂນໂລຊີສູງສະພາ Duma ແຫ່ງຊາດ ໄດ້ຢືນຢັນວ່າ; ລັດເຊຍຈະສືບຕໍ່ສົມທົບ, ໜູນຊ່ວຍຫວຽດນາມ ໃນຂົງເຂດບຳລຸງສ້າງຜູ້ຊ່ຽວຊານຫວຽດນາມ ຢູ່ບັນດາມະຫາວິທະຍາໄລຢູ່ລັດເຊຍ.