ຫວຽດ​ນາມ ສະເໜີ ສິງ​ກະ​ໂປ ພ້ອມ​ກັນ​ຮ່ວມ​ມື​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ

(VOVWORLD) - ຫວຽດນາມ ສະເໜີໃຫ້ ສິງກະໂປ ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນຮັບມືກັບໂລກລະບາດໂຄວິດ - 19 ແລະ ສຳຜັດກັບແຫຼ່ງວັກຊິນທີ່ປອດໄພ, ມີປະສິດທິຜົນ. ນີ້ແມ່ນຄໍາສະເໜີຂອງ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໃນການຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດ ຄົນໃໝ່ຂອງ ສິງປະໂປ ປະຈຳ ຫວຽດນາມ ໃນວັນທີ 26 ພຶດສະພາ, ຢູ່ສຳນັກງານ ລັດຖະບານ.
ຫວຽດ​ນາມ ສະເໜີ ສິງ​ກະ​ໂປ ພ້ອມ​ກັນ​ຮ່ວມ​ມື​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ແລະ ທ່ານ Jaya Ratnam ເອກອັກຄະລັດຖະທູດ ຄົນໃໝ່ຂອງ ສິງປະໂປ ປະຈຳ ຫວຽດນາມ (ພາບ:VGP)

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Jaya Ratnam ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຢ່າງແຮງໃນບັນດາຂົງເຂດ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ, ຈັດຕັ້ງກອງປະຊຸມລັດຖະມົນຕີເຊື່ອມຕໍ່ ຫວຽດນາມ - ສິງກະໂປ ຄັ້ງທີ 15 ແລະ ການປຶກສາຫາລືດ້ານການເມືອງ ຄັ້ງທີ 14 ໃນປີ 2021 ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ສອງຝ່າຍຄວນສົມທົບກັນກວດກາ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂອບເຂດ ສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ, ເປີດກວ້າງການຮ່ວມມືອອກສູ່ບັນດາຂົງເຂດຄື ເສດຖະກິດດີຈີຕອນ, ຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຢີດີຈີຕອນ…

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ ແລະ ສົມທົບກັນກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023.

        ສ່ວນທ່ານເອກອັກຄະລັດຖະທູດ ສິງກະໂປ Jaya Ratnam ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໃຫ້ພັດທະນາຢ່າງແຮງ, ແທດຈິງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ