ຫວຽດນາມ ສະໜັບສະໜູນ ອາເມລິກາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ
(VOVWORLD) - ຕອນບ່າຍວັນທີ 05 ມັງກອນ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ໄດ້ດຳເນີນ ພິທີມອບເງິນຈຳນວນ 100.000 USD ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ສະໜັບສະໜູນໃຫ້ແກ່ບັນດາຄອບຄົວທີ່ມີຄົນເສຍຊິວິດ ໃນພາຍຸເກີດຂຶ້ນໃນເດືອນທັນວາ ປີ 2021 ຢູ່ລັດ ແກນຕຸກກິ, ອາເມລິກາ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ມອບເງິນຊ່ວຍເຫຼືອເປັນຮູບການໃຫ້ຄອບຄົວຜູ້ປະສົບເຄາະຮ້າຍຈາກພາຍຸ ຢູ່ ອາເມລິກາ (ພາບ: ກະຊວງການຕ່າງປະເທດ) |
ກ່ອນນັ້ນ, ວັນທີ 12 ທັນວາ ປີ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພ້ອມກັນສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄອບຄົວບັນດາ ຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ ໄດ້ແບ່ງເບົາຄວາມໂສກເສົ້າເສຍຫາຍທີ່ເກີດຂຶ້ນຕໍ່ຊາວ ອາເມລິກາ ຈາກໄພທຳມະຊາດຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Joe Biden, ລັດຖະບານ ແລະ ຊາວ ອາເມລິກາ ກຳລັງແກ້ໄຂ ແລະ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ ແກນຕຸກກິໂດຍໄວ.
ທ່ານອຸປະທູດຊົ່ວຄາວສະຖານທູດ ອາເມລິກາ ປະຈຳ ຫວຽດນາມ Marie Damour ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຢ່າງຕັ້ງໜ້າ, ທັນການຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເຖິງ ຊາວລັດ ແກນຕຸກກິ; ທ່ານປາດຖະໜາຢາກໃຫ້ການພົວພັນ 2 ຝ່າຍດີງາມລະຫວ່າງ 2 ປະເທດສືບຕໍ່ພັດທະນາ, ໃນນັ້ນມີການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາກາແດງ 2 ປະເທດ.