ຫວຽດນາມ ສ້າງຄວາມປະທັບໃຈ ຢ່າງແຮງຢູ່ງານຕະຫຼາດນັດວັດທະນະທຳເພື່ອນມິດຂອງເມກຊີໂກ

ຫວຽດນາມ ສ້າງຄວາມປະທັບໃຈ ຢ່າງແຮງຢູ່ງານຕະຫຼາດນັດວັດທະນະທຳເພື່ອນມິດຂອງເມກຊີໂກ - ảnh 1
( ພາບປະກອບຈາກອີນເຕີແນດ )

( vovworld ) –   ຮ້ານ​ວາງ​ສະ​ແດງ​ບັນດາ​​ເຄື່ອງສີ​ລະ​ປະ​ຫັດ​ຖະກຳ, ຜະ​ລິດຕະພັນ​ດ້ານ​ວັດທະນະທຳ, ຊຸດ​ອາພອນ​ພື້ນ​ເມືອງ ​ແລະ ສາຍ​ຟີມຮູບ​​ເງົາ​ວີ​ດີ​ໂອກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ 2 ຮ້ານ, ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​​ແຮງ​ຢູ່​ງານ​ຕະຫຼາດນັດ​ວັດທະນະທຳ​ເພື່ອນ​ມິດຂອງ​ເມກ​ຊີ​ໂກ ຄັ້ງ​ທີ 4 ​ເຊິ່ງ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 12/5 ຢູ່​ນະຄອນຫຼວງ ເມກ​ຊີ​ໂກ ຊີ​ຕີ. ສະຖານທູດ​ຫວຽດນາມ​ປະຈຳເມກ​ຊີ​ໂກ ​ໄດ້​ຈັດງານ​ວາງສະ​ແດງ​ຮູບພາບ, ​​ແນະນຳໂຄສະ​ນະປື້​ມ, ວາລະສານ ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ, ວັດທະນະທຳ, ບັນດາ​ຜົນງານ​ແຫ່ງ​ການ​ປ່ຽນ​ໃໝ່​ຜ່ານຟີມຮູບ​​ເງົາວີ​ດີ​ໂອ ​ແລະ ຕ້ອນຮັບ​ຜູ້​ເປັນ​ກຽດໃນ​ໄລຍະ​ດຳ​ເນີນ​ງານ​ຕະຫຼາດນັດ.​​ ໃນ​ໄລຍະ​ດຳ​ເນີນ​ງານ​ຕະຫຼາດນັດ​ລະຫວ່າງ​ວັນ​ທີ 12 - 27/5, ອຳນາດ​ການ​ປົກຄອງ​ນະຄອນ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຖານທູດ​ບັນດາ​ປະ​ເທດ​ດຳ​ເນີນການ​ເຄື່ອນ​ໄຫວ​ວັດທະນະທຳ 250 ຢ່າງເຊິ່ງລວມມີ​ງານ​ວາງສະ​ແດງ​ຮູບ​ພາບ, ສະ​ແດງ​ສິລະ​ປະດົນຕີ, ສາຍ​ຟີມຮູບ​ເງົາ, ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ວັດທະນະທຳ ​ແລະ ສາສະໜາ ​ແລະ ​ແລກປ່ຽນ​ອາຫານ​ການ​ກິນ.

ຂ່າວ/ບົດ​ອື່ນ