ຫວຽດນາມ ສາມາດຄວບຄຸມ HIV/AIDS ໄດ້

ຫວຽດນາມ ສາມາດຄວບຄຸມ HIV/AIDS ໄດ້ - ảnh 1
(ພາບປະກອບ)


​(vovworld) – ກອງ​ປະຊຸມ​ວິທະຍາສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ HIV/AIDS ຄັ້ງ​ທີ 5 ​​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 2/12 ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ HIV/AIDS ຢືນຢັນ​ວ່າ: ຫວຽດນາມ​ ​ໄດ້​ຮັບ​ມື​ກັບ HIV/AIDS ມາ​ເປັນ​ເວລາ​ກວ່າ 20 ປີ​ແລ້ວ ​ແລະ ​ໄດ້​ຮັບ​ໝາກຜົນ​ດີ​ພໍ​ສົມຄວນ​ຄື ຄວບ​ຄຸມ​ບໍ່​ໃຫ້​ອັດຕາຜູ້​ຕິດ​ເຊື້ອ HIV ​ເພີ່ມ​ຂຶ້ນ, ພຽງ​​ຢູ່​ໃນ​ລະດັບ​ຕຳ່​ກວ່າ 0,3% ​ເທົ່າ​ນັ້ນ. ຈຳນວນ​ຜູ້​ເປັນ​ໂລກ AIDS ​ແລະ ຕາຍ​ຍ້ອນ​ໂລກ​​ AIDS ​ໄດ້​ຫຼຸດ​ລົງ​ໃນ 4 ປີ​ຢ່າງ​ຕໍ່​ເນື່ອງ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ຫວຽດນາມ ຈະ​ຄວບ​ຄຸມ​ HIV ​ໄດ້ ​ແລະ ປະຕິບັດ​ສຳ​ເລັດ​ຄາດໝາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ເຊິ່ງລັດຖະບານ​ໄດ້​ວາງ​ອອກ.

ກອງ​ປະຊຸມ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ ດ້ວຍ​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ HIV/AIDS  ຢູ່​ຫວຽດນາມ; ການ​ປ້ອງ​ກັນ, ຕ້ານ HIV/AIDS  ຢູ່​ໃນ​ໂລກ ​ແລະ ອາຊີ; ສະພາບ​ HIV/AIDS  ຢູ່​ຫວຽດນາມ ​ໄລຍະ 2010 – 2013 ​ແລະ ການ​ຄາດ​ຄະ​ເນ​ສະພາບ​ HIV/AIDS ​ໃນ​ຊຸມ​ປີ​ຕໍ່​ໄປ.
ຂ່າວ/ບົດ​ອື່ນ