ຫວຽດ​ນາມ ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ອາດ​ສາ​ມາດ​ສົ່ງ​ອອກ​ບັນ​ດາຊຸດ kit ບົ່ງ​ມະ​ຕິ​ພະ​ຍາດ​ຕິດ​ແປດ, ພະ​ຍາດ​ເຈັບ​ໜັກ ໄດ້​ເປັນ​ຢ່າງ​ດີ

(VOVWORLD) -      ດ້ວຍການຜະລິດສຳເລັດຊຸດ kit ບົ່ງມະຕິພະຍາດໂຄວິດ - 19, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດເປັນເຈົ້າຂອງເຕັກໂນໂລຢີດັ່ງກ່າວ.
ຫວຽດ​ນາມ ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ອາດ​ສາ​ມາດ​ສົ່ງ​ອອກ​ບັນ​ດາຊຸດ kit ບົ່ງ​ມະ​ຕິ​ພະ​ຍາດ​ຕິດ​ແປດ, ພະ​ຍາດ​ເຈັບ​ໜັກ ໄດ້​ເປັນ​ຢ່າງ​ດີ - ảnh 1 (ພາບປະກອບ: ກະຊວງສາທາລະນະສຸກ)

     ຫວ່າງມໍ່ໆມານີ້, ຊຸດ kit ບົ່ງມະຕິພະຍາດດັ່ງກ່າວ ຂອງຫວຽດນາມ ໄດ້ຮັບການຢັ້ງຢືນວ່າບັນລຸມາດຕະຖານຄຸນນະພາບ ຈາກອົງການອະນາໄມໂລກ ແລະ ໄດ້ຮັບໃບຢັ້ງຢືນບັນລຸມາດຕະຖານເອີຣົບ ຈາກ ລາຊະອານາຈັກອັງກິດ ພ້ອມທັງໄດ້ຮັບໃບຢັ້ງຢືນໃຫ້ນຳໃຊ້ຊຸດ kit ດັ່ງກ່າວ, ທ່ານ ສາດສະດາຈານ, ປະລິນຍາເອກ ເລແບັກກວາງ ຖືວ່າ ຊຸດ kit ບົ່ງມະຕິພະຍາດໂຄວິດ - 19 ຂອງຫວຽດນາມ ຈະສົ່ງອອກໄປຍັງບັນດາປະເທດໃນໂລກໄດ້ຢ່າງງ່າຍດາຍ, ແລະໄກກວ່ານັ້ນ, ຈາກຜົນສຳເລັດດັ່ງກ່າວ, ຍັງເປີດກາລະໂອກາດໃຫ້ບັນດາຜະລິດຕະພັນຢາຊີວະພາບບົ່ງມະຕິພະຍາດອື່ນໆດ້ວຍ “made in Vietnam”  ໄປຍັງຕະຫຼາດສາກົນ ອີກດ້ວຍ.

           “ເລື່ອງຫວຽດນາມ ໄດ້ຮັບການຕີລາຄາສູງຕໍ່ຊຸດ kit ດັ່ງກ່າວເປັນການໄດ້ສະແດງໃຫ້ເຫັນວ່າ ລະດັບຄົ້ນຄວ້າຂອງຫວຽດນາມກໍບໍ່ໜ້ອຍໜ້າກວ່າບັນດາປະເທດພັດທະນາ. ສິ່ງດັ່ງກ່າວກໍສະແດງໃຫ້ເຫັນວ່າ, ຖ້າຫາກວ່າພວກເຮົາມີການປະສົມປະສານລະຫວ່າງບັນດານັກວິທະຍາສາດກັບ ຜູ້ຄຸ້ມຄອງ ແລະ ວິສາຫະກິດ ພວກເຮົາມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອສົ່ງອອກບັນດາຊຸດຢາຊີວະພາບ ຊ່ວຍບົ່ງມະຕິພະຍາດຕ່າງໆໄດ້ຢ່າງວ່ອງໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ