ຫວຽດນາມ ຫຼຸດຜ່ອນອັດຕາຜູ້ຕິດເຊື້ອ HIV

ຫວຽດນາມ ຫຼຸດຜ່ອນອັດຕາຜູ້ຕິດເຊື້ອ HIV - ảnh 1
(ພາບປະກອບ)

(vovworld) - ອັດຕາ​ຕິດ​ເຊື້​ອ HIV/AIDS ຂອງ​ຫວຽດນາມ ​ໄດ້​ຫຼຸດ​ລົງ​ແຕ່ 25% ໃນ​ປີ 2006 ລົງ​ເຫຼືອ​ພຽງ 12% ​ໃນ​ປີ 2012. ຂໍ້​ມູນ​ດັ່ງກ່າວ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຊວງ​ສາທາລະນະ​ສຸກ ຫງວຽນ​ແທ່ງ​ລອງ ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ສຳ​ມະ​ນາມ​ອບ​ໂອນ​​​ໂຄງການ​​ປ້ອງ​ກັນ ​ແລະ ຕ້ານ HIV/AIDS ຢູ່​ຫວຽດນາມ, ​ໂດຍກະຊວງ​ສາທາລະນະ​ສຸກ ​ແລະ ທະນາຄານ​ໂລກ ຈັດ​ຕັ້ງ​ເມື່ອ​ວັນ​ທີ 12/06, ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ແທ່ງ​ລອງ ​ແລ້ວ, ​ໃນ​ໄລຍະ​ເກືອ​ບ 10 ປີຜ່ານມາ, ວຽກ​ງານ​ປ້ອງ​ກັນ, ຕ້ານ HIV/AIDS ຢູ່​ຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ​ເພາະສະ​ນັ້ນ, ບັນດາ​ຜົນງານ, ຮູບ​ແບບ​ປ້ອງ​ກັນ, ຕ້ານ​ເຊື້ອ HIV ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ 10 ປີຜ່ານມາ ຄວນ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ ​ແລະ ຮຽກຮ້ອງ​ການ​ລົງທຶນ​ຈາກ​ແຫຼ່ງກຳລັງ​ອື່ນໆ ​ເພື່ອ​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ນັ້ນ.

   ຕາມ​ກົມປ້ອງ​ກັນ, ຕ້ານ HIV/AIDS, ຮອດ​ທ້າຍ​ປີ 2012, ຈຳນວນ​ຜູ້​ຕິດ​ເຊື້ອ HIV ຢູ່​ຫວຽດນາມ ​ແມ່ນປະມານ 206.000 ຄົນ, ​ໃນ​ນັ້ນ​ຫັນ​ເປັນ AIDS ມີ 59.000 ຄົນ ​ແລະ ກວ່າ 60.000 ຄົນ​​ໄດ້ເສຍ​ຊີວິດ​ແລ້ວ.
ຂ່າວ/ບົດ​ອື່ນ