ຫວຽດນາມ - ອົດສຕາລີ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບບົນທະເລ

ຫວຽດນາມ - ອົດສຕາລີ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບບົນທະເລ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 18/03, ພົນ​ໂທ ຫງວຽນ​ຈິ​ວິ້ງ, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Kevin Andrews, ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດສຕາ​ລີ. ທີ່​ການ​ພົບ​ປະ, ພົນ​ໂທ ຫງວຽນ​ຈິ​ວິ້ງ ​ແລະ ທ່ານລັດຖະມົນຕີ Kevin Andrews ​ໄດ້​ຕີ​ລາຄາ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື​ລະຫວ່າງກະຊວງ​ປ້ອງ​ກັນ​ປະ​ເທດຂອງ 2 ປະ​ເທດ ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນ​ຕ້ານ​ກໍ່​ການ​ຮ້າຍ, ບຳລຸງ​ສ້າງ, ຕ້ານ​ກໍ່​ການ​ຮ້າຍ ​ແລະ ບົດຮຽນ​​ໃນ​ການເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ເຫັນ​ດີ​ເສີມ​ຂະຫຍາຍ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ດັ່ງກ່າວ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ອີກ; ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ, ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ເສລີ​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ພາກ​ພື້ນ, ​​ແທດ​ເໝາະ​ກັບ​ກົດໝາຍ​ສາກົນ. ທ່ານລັດຖະມົນຕີ Kevin Andrews ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົດສຕາ​ລີ ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ໃນ​ການ​ຊ່ວຍ​ເຫຼືອ, ໜູນ​ຊ່ວຍຫວຽ​ດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

        ກ່ອນ​ໜ້າ​ນັ້ນ, ພົນ​ໂທ ຫງວຽນ​ຈິ​ວິ້ງ  ​ແລະ ພົນ​ຕີ John Frewen, ຮອງ​ຜູ້​ບັນຊາ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດສຕາ​ລີ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບການ​ເຄື່ອນ​ໄຫວ​​ແຫ່ງຊາດ​​ແກ້​ໄຂມຜົນ​ຮ້າຍຢ້ອນ​ຫຼັງຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ​ຢູ່​ຫວຽດນາມ.

ຫວຽດ​ນາມ​ແລະ​ອົດ​ສະ​ຕາ​ລີ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ,ບຳ​ລຸງ​ສ້າງ

(vovworld)-​ໃນ​ຂອ​ບ​ເຂດ​ການຢ​້ຽມ​ຢາມ​ອົດ​ສະ​ຕາ​ລີ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ວັນ​ທີ 17/3, ກະ​ຊວງ​ສຶກ​ສາວົງ​ຄະ​ນາ​ຍາດ ລັດ New South Wales, ພະ​ແນກ ສຶກ​ສາ ແລະ ບຳ​ລຸງ​ສ້າງ ນະ​ຄອນ ໂຮ່​ຈິ​ມີນ ແລະ ບໍ​ລິ​ສັດ EMG Education ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ “ເປີດກວ້າງ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ຂົງ​ເຂດ​ການ​ສຶກ​ສາ ບຳ​ລຸງ​ສ້າງ”. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ລ​ະ​ອຽດ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ, ປະ​ກອບ​ສ່​ວນ​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກ​ສາ ບຳ​ລຸງ​ສ້າງ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ​ແທດ​ຈິງ. ຕາມນັ້ນ​ແລ້ວ, ກະ​ຊວງ​ສຶກ​ສາວົງ​ຄະ​ນາ​ຍາດ ລັດ New South Wales ຈະ​ນຳ​ບັນ​ດາ​ຫລັກ​ສູດ​ສອນ​ວິ​ຊາ​ຊີບ ແລະ ວິ​ທະ​ຍາ​ໄລ​ເພື່ອ​ນຳ​ໃຊ້ ​ຢູ່​ໂຮງ​ຮຽນວິ​ທະ​ຍາ​ໄລ​, ອາ​ຊີ​ວະ​ຊັ້ນ​ກາງ ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຂອງ​ໂຄງ​ການ​ຮ່ວມ​ມື​ຈະ​ປ​ະ​ກອບ​ສ່ວນ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ສຶກ​ສາ ແລະ​ບຳ​ລຸງ​ສ້າງ​ນະ​ຄອນ​ໂຮ່​ຈິ​ມິນ.


ຂ່າວ/ບົດ​ອື່ນ