ຫວຽດນາມ - ອີຕາລີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນ, ຕ້ານອາດຊະຍາກຳ
ລັດຖະມົນຕີ 2 ທ່ານ ພ້ອມກັນລົງນາມໃນສັນຍາ
ຮ່ວມມືດ້ານປ້ອງກັນ ແລະ ຕ້ານອາດຊະຍາກຳ
(ພາບ: Vietnam+)
(vovworld) – ໃນການຢ້ຽມຢາມອີຕາລີແຕ່ວັນທີ 08 - 11/07, ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງພາຍໃນສ.ອີຕາລີ Angelino Alfano, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເຈີນດ້າຍກວາງ ໄດ້ມີການເຮັດວຽກ, ເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງພາຍໃນອີຕາລີ. ທີ່ການເຈລະຈາ, 2 ຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນອີຕາລີ ໃນໄລຍະຜ່ານມາ ໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັບປະກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ. 2 ຝ່າຍກໍ່ເຫັນດີຕໍ່ບັນດາມາດຕະການເພີ່ມທະວີການຮ່ວມມືຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳກໍ່ການຮ້າຍ… ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ເຈລະຈາເພື່ອລົງນາມໃນສັນຍາໜູນຊ່ວຍດ້ານກົດໝາຍອາຍາ, ສັນຍາພາຕົວ, ສັນຍາມອບສົ່ງຜູ້ຖືກລົງໂທດຈຳຄຸກ… ບົດບັນທຶກຊ່ວຍຈຳເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມືຂອງ 2 ຝ່າຍຢ່າງມີປະສິດທິຜົນ.
ພາຍຫຼັງການເຈລະຈາ, ລັດຖະມົນຕີ 2 ທ່ານ ພ້ອມກັນລົງນາມໃນສັນຍາລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານສ.ອີຕາລີ ກ່ຽວກັບການຮ່ວມມືດ້ານປ້ອງກັນ ແລະ ຕ້ານອາດຊະຍາກຳ.