ຫວຽດນາມ ອວຍພອນ 57 ປີ ແຫ່ງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ.

ຫວຽດນາມ ອວຍພອນ 57 ປີ ແຫ່ງວັນສ້າງຕັ້ງ      ພັກປະຊາຊົນປະຕິວັດລາວ. - ảnh 1
ທ່ານ Ta Minh Chau ອວຍພອນທ່ານບຸນ​ປອນ ບຸດ​ຕະນະ​ວົງ ເນື່ອງໃນໂອກາດລະນຶກ 57 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ
ພາບ:vietnamplus.vn


(vovworld) - ຕອນ​ບ່າ​ຍວັນ​ທີ 21/3 ຢູ່ ນະຄອນຫລວງ​ວຽງ​ຈັນ, ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ,​ ຫົວຫນ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Ta Minh Chau ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ລາວ ​ເຂົ້າ​ອວຍພອນ​ເນື່ອງ​ໃນ​ໂອກາດ​ລະນຶກ 57 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ (22/3/1955 - 22/3/2012). ທ່ານ​ເອກ​ອັກຄະ​ລັດຖະທູດ Ta Minh Chau ສົ່ງ​ຄຳ​ອວຍພອນ​​ໄຊອັນ​ປະ​ເສີດ​ມາ​ຍັງການ​ນຳ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທຸກ​ຖ້ວນ​ຫນ້າ. ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຢືນຢັນ​ວ່າ:​ ບັນດາ​ໄຊຊະນະ​ຊຶ່ງ​ປະຊາຊົນ​ລາວ ຍາດ​ມາ​ໄດ້​ໃນຕະຫລອດ 57 ປີຜ່ານມາ​​ແມ່ນບໍ່​ອາດ​ຕັດ​ແຍກອອກ​ຈາກ​ການ​ຊ່ວຍ​ເຫລືອ​ອັນບໍລິສຸດ​ຜຸດ​ຜ່ອງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ​ໄດ້.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ