( vovworld ) – ວັນທີ 24/3, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ Samdech Akka Moha Thamme Pothisal Chea Sim ເນື່ອງໃນໂອກາດທ່ານຮັບເລືອກຕັ້ງເປັນປະທານສະພາສູງລາຊະອານາຈັກກຳປູເຈຍ ຄືນໃໝ່ອາຍຸການທີ່ 3. ໃນຈົດໝາຍອວຍພອນ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ສະແດງຄວາມເຊື້ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງທ່ານປະທານ Chea Sim, ພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງປະຊາຊົນກຳປູເຈຍ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ. ສາຍພົວພັນຖານບ້ານໃກ້ເຮືອນຄຽງທີ່ດີ, ຄວາມສາມັກຄີທີເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ກໍຄືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາສູງກຳປູເຈຍ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງດີງາມ, ເພື່ອພົນປະໂຫຍດຂອງປະຊາຊົນສອງປະເທດຫວຽດນາມ ແລະ ກຳປູເຈຍ.