ຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ
ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
(ພາບ: vietnamplus.vn)
(vovworld) - ຕອນເຊົ້າວັນທີ 20/03, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ໄດ້ສົ່ງໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ; ຊໍ່ດອກໄມ້ຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ແລະ ຊໍ່ດອກໄມ້ຂອງສະຖານທູດຫວຽດນາມ ປະຈຳລາວ ອວຍພອນ 59 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/03/1955 – 22/03/2014). ທ່ານາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຮອງລັດຖະມົນຕີການຕ່າງປະເທດລາວ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແມ້ງຮຸ່ງ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ນຳພາທີ່ສະຫຼາດສ່ອງໄສຂອງພັກ, ປະຊາຊົນປະຕິວັດລາວ. ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກ ໃນພາລະກິດສ້າງສາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລີກ ແລະ ແທດຈິງ, ຕ້ອບສະໜອງຄວາມມຸ່ງຫວັງຂອງການນຳຂັ້ນສູງ ແລະ ປະຊາຊົນ 2 ປະເທດ. ສ່ວນທ່ານນາງ ສູນທອນ ໄຊຍະຈັກ ເນັ້ນໜັກວ່າ ລັດຖະບານລາວ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ຮ່ວມມືລົງທຶນຢູ່ລາວ, ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ມີຊີວິດເປັນປົກກະຕິ; ຢືນຢັນວ່າ ລາວຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບປະຊາຊົນຫວຽດນາມ ຮັກສາ, ເພີ່ມພູນຄຸນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.