ຫວຽດນາມ ອາດຈະກາຍເປັນ “ປະເທດນໍາໜ້າ” ໃນການໝູນໃຊ້ ພູມປັນຍາທຽມ ເຂົ້າໃນການແກ້ລະຫັດ Gen ຂອງຄົນ

(VOVWORLD) -ການໝູນໃຊ້ພູມປັນຍາທຽມເຂົ້າໃນການແກ້ລະຫັດ Gen ກໍແມ່ນໂອກາດເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນກາຍເປັນ “ປະເທດນໍາໜ້າ” ກ່ຽວກັບຂົງເຂດດັ່່ງກ່າວ ໃນການປະຕິວັດອຸດສາຫະກໍາ 4.0.
ຫວຽດນາມ ອາດຈະກາຍເປັນ “ປະເທດນໍາໜ້າ” ໃນການໝູນໃຊ້ ພູມປັນຍາທຽມ ເຂົ້າໃນການແກ້ລະຫັດ Gen ຂອງຄົນ - ảnh 1ທ່ານບຸ່ຍເຖ໊ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ (ພາບ: dangcongsan.vn) 

  ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການໝູນໃຊ້ພູມປັນຍາທຽມເຂົ້າໃນການແກ້ລະຫັດຂອງ Gen, ຈາກນັ້ນ ຊ່ວຍບົ່ງມະຕິພະຍາດ ແລະ ວາງແຜນການປິ່ນປົວພະຍາດຢ່າງຊັດເຈນ, ປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ. ການໝູນໃຊ້ພູມປັນຍາທຽມເຂົ້າໃນການແກ້ລະຫັດ Gen ກໍແມ່ນໂອກາດເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນກາຍເປັນ “ປະເທດນໍາໜ້າ” ກ່ຽວກັບຂົງເຂດດັ່່ງກ່າວ ໃນການປະຕິວັດອຸດສາຫະກໍາ 4.0. ນີ້ແມ່ນບັນດາຄໍາໃຫ້ສັງເກດ ທີ່ໄດ້ຍົກອອກມາ ທີ່ກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ການສົມທົບລະຫວ່າງການແກ້ລະຫັດ ແລະ ພູມປັນຍາທຽມ ແມ່ນວິທີສໍາຜັດແບບໃໝ່ ໃນການເບິ່ງແຍງດູແລສຸຂະພາບ” ໂດຍກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈັດຂຶ້ນ ໃນວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ. ທ່ານ David Strohm, ສັງກັດກອງທຶນເພື່ອການລົງທຶນ Greylock ຖືວ່າ:  

        “ຂ້າພະເຈົ້າຖືວ່າ ເລື່ອງສ້າງຕັ້ງ ສູນແກ້ລະຫັດ Gen ຢູ່ ຫວຽດນາມ ແມ່ນມີຄວາມສໍາຄັນທີ່ສຸດ. ທີໜຶ່ງແມ່ນ, ຖ້າຫາກມີແຜນທີ່ Gen ຂອງ ຄົນ ຫວຽດນາມ, ເລື່ອງນໍາໃຊ້ ແລະ ການປິດລັບ ຈະມີຄວາມປອດໄພ ແລະ ມີປະສິດທິຜົນກວ່າຫຼາຍ ເພາະວ່າມີບັນດາຂໍ້ກໍານົດຂອງປະເທດຊາດ. ທີສອງ, ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ກາຍເປັນ “ປະເທດນໍາໜ້າ” ໃນພາກພື້ນ ກ່ຽວກັບຂົງເຂດເຕັກໂນໂລຢີແກ້ລະຫັດ Gen”.


 

ຕອບກັບ

ຂ່າວ/ບົດ​ອື່ນ